蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ເຈ​ລະ​ຈາ​ກັບ​ປ​ະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້

2018-09-03 11:02:33 CRI

ວັນ​ທີ 2 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລ​ະ​ຈາ​ກັບ​ທ່ານ​ມາ​ຕາ​ເມ​ລາ ​ຊີ​ຣິ​ນ ຣາມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ເນື້ອ​ໃນ​ການ​ພົວ​ພັນ​ຈີນ-ອາ​ຟ​ຣິ​ກາ​ໃຕ້​ໄດ້​ລື່ນ​ກາຍ​ຂອບ​ເຂດ​ສອງ​​ຝ່າຍ ແລ້ວ​ກາຍ​ເປັນ​ການ​ພົວ​ພັນ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ແລະ ມີ​​ຜົນ​ດີ​ທາງຍຸດ​ທ​ະ​ສາດ. ນັບ​ແຕ່​ສອງ​ປະ​ເທດ​​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ 20 ປີ​ມາ​ນີ້, ສອງ​ປະ​ເທດ​​ຕ່າງກໍ​ໄດ້​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ເປັນ​ການ​ພົວ​ພັນ​ທີ່​ຕ່າງ​ຝ່າຍ​ຕ່າງໄດ້ຜົນ​ປະ​ໂຫຍດ, ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ພົວ​ພັນ​ທີ່​ສະ​ໜິດ​ແໜ້ນ ແລະ ເພິ່ງ​ພາ​ອາ​ໄສ​ກັນ. ພວກ​ເຮົາ​ຄວນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ພັກ ແລະ ດ້ານ​ວັດ​ທະ​ນະ​ທຳ, ຮ່ວມ​ກັນ​ອອກ​ແຮງ​ຊຸກ​ຍູ້​ໃຫ້​ລະ​ບົບ​ສາ​ກົນ ແລະ ລະບຽບ​ສາ​ກົນ​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ຍຸດ​ຕິ​ທຳ ແລະ ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

ທ່ານ​ຣາ​ມາ​ໂ​ຟ​ຊາ​ກ່າວ​ວ່າ, ການ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ເພື່ອ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ. ອາ​ຟ​ຣິ​ກາ​ໃຕ້​ ແລະ ຈີນ​ມີຫຼັກ​ໝັ້ນ​ຄ້າຍ​ຄື​ກັນ​ໃນ​ວຽກ​ງານ​ສາ​ກົນ. ພາຍ​ໃຕ້​ສະ​ຖາ​ນະ​ການ​ປັດ​ຈຸ​ບັນ, ສອງ​ຝ່າຍ​ຄວນ​ອອກ​ແຮງ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ ແລະ ລະ​ບົບ​ການ​ຄ້າ​ສາ​ກົນ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ເທດ​ຕະຫຼາດ​ຈະ​ເລີນ​ໃໝ່ ແລະ ປະ​ເທດ​ພວມ​ພັດ​ທະ​ນາ.

ຫຼັງ​ການ​ເຈ​ລະ​ຈາ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.

图片默认标题_fororder_1123368552_15359017516471n

 

图片默认标题_fororder_1123368552_15359017517381n

 

图片默认标题_fororder_1123368552_15359017518261n

 

图片默认标题_fororder_1123368552_15359017519041n

 

图片默认标题_fororder_1123368552_15359017521021n

 

 

 

ຄຳ​ເຫັນ

0