吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງສະ​ແດງ “ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ ກໍ​ຄືການ​ພັດທະນາ​ສິດທິ​ມະນຸດຂອງ​ຈີນ”​ ​ຈັດ​ຂຶ້ນຢູ່​ເຊີ​ແນວ

2018-09-11 19:19:01 cri

ວັນ​ທີ 10 ກັນຍາ​ນີ້, ງານ​ວາງສະ​ແດງ “ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ ກໍ​ຄື​ການ​ພັດທະນາ​ສິດທິ​ມະນຸດ​ຂອງ​ຈີນ” ​ໄດ້​ຈັດ​ຂຶ້ນ​ຢູ່ພະ​ລາຊະ​ວັງ​ນານາ​ຊາດ​ນະຄ​ອນ​ເຊີ​ແນວ​ປະ​ເທດ​ສະ​ວິດ ​ເຊິ່ງ​ໄດ້​ແບ່ງ​ອອກ​ເປັນ 38 ພາກສ່ວນ, ​ມີຮູບພາບ​ເກືອ​ບ​ 90 ​ແຜ່ນ, ຂະນະ​ດຽວ​ກັນ​ຍັງ​ໄດ້ສາຍ​ວິ​ດີ​ໂອ​ກ່ຽວ​ກັບ​ຜົນສຳ​ເລັດ​ການຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນຢ່າງ​ເປັນ​ປະຈຳ.

ນັບ​​ແຕ່​ຈີນ​​ດຳ​ເນີນການ​ປະຕິ​ຮູບ ​ແ​ລະ​ເປີດ​ປະຕູ​ສູ່​ພາຍ​ນອກຕະຫຼອດ 40 ປີຜ່ານມາ, ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ເຊິ່ງກໍ​ເປັນ​ຈຸດ​ເດັ່ນ​ທີ່​ໜ້າສົນ​ໃຈຂອງ​ປະຊາ​ຄົມ​ໂລກ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້.

​ໃນ​ມື້​ດຽວ​ກັນ, ທ່ານ​ວໍ​ຈິສ​ເລ​ຟ ສຸກ ປະທານ​ສະພາ​ສິດ​ທິມະນຸດ​ອົງການ​ສະ​ຫະປະຊາ​ຊາດ, ທ່ານ​ວີ​ລຽມ ລາ​ຊີ ສວີ​ງ ຜູ້​ອຳນວຍ​ການ​ອົງການ​ຊາວ​ອົບ​ພະ​ຍົບສາກົນ, ທູຕານຸທູດຂອງ 30 ປະ​ເທດ ກໍ​ຄື​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ປະຈຳ​ເຊີ​ແນ​ວ, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ອົງການ ​ສປຊ ​ແລະ​ອົງການ​ບໍ່​ສັງກັດລັດຖະບານ​ທັງ​ໝົດ 600 ກວ່າ​ທ່ານໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​​ງານ​ວາງສະ​ແດງ​ຄັ້ງ​ນີ້.

ຄຳ​ເຫັນ

0