黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ປູ​ຕິນພ້ອມ​ກັນ​ເຂົ້າ​ຮ່ວມ​ກອ​ງ​ປະ​ຊຸມ​ສົນ​ທະ​ນາ​ຜູ້​ນຳ​ທ້ອງ​ຖິ່ນ​ຈີນ-ຣັດ​ເຊຍ

2018-09-12 14:46:02 cri

图片默认标题_fororder_3908c3b6c38143daab937cd35d7edd05

ວັນ​ທີ 11 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ວາ​ລາ​ດີ​ເມ​ຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຜູ້​ນຳ​ທ້ອງ​ຖິ່ນ​ຈີນ-ຣັດ​ເຊຍ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນວະ​ລາ​ດີ​ໂວ​ສ​ຕົກປະ​ເທດ​ຣັດ​ເຊຍ. ປະ​ມຸກ​ລັດ​ສອງ​ປະ​ເທດຕ່າງ​ໄດ້​ກ່າວ​ປາ​ໄສ​ພາຍ​ຫຼັງ​ຮັບ​ຟັງ​ຜູ້​ຕາງ​ໜ້າ​ສອງ​ຝ່າຍ​ລາຍ​ງານ​ສະ​ພາບ​ການ​​ຈັດກອງ​ປະ​ຊຸມ​ຄັ້ງ​ນີ້​ແລະ​ສະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຈີນ-ຣັດ​ເຊຍ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເນັ້ນ​ໃສ່​ຫົວ​ຂໍ້ “ການ​ຮ່ວມ​ມື​ທ້ອງ​ຖິ່ນ​ຈີນ-ຣັດ​ເຊຍ​ໃນ​ຍຸກ​ໃໝ່”. ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ມາ​ຈາກ 9 ແຂວງ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ແລະ​ມາ​ຈາກ​ບັນ​ດາ ສະ​ຫະ​ພັນ​ຂອງ​ຣັດ​ເຊຍ​ 13 ແຫ່ງໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສົນ​ທະ​ນາ​ດັ່ງ​ກ່າວ.

ພາຍ​ຫຼັງ​ກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ຊົມ​ງານ​ວາງ​ສະ​ແດງ​ຮູບ​​ພາບ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ແລະ​ການ​ຮ່ວມ​ມື​ກັບ​ຈີນ​ຂອງ​ລັດອາ​ມຸ​ສະ​ກາ​ຢາ​ແລະ​ງານ​ວາງ​ສະ​ແດງ​ສີ​ມື​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ແຂວງ​ເຮ​ລົງ​ຈ່ຽງ​ແລະລັດ​ອາ​ມຸ​ສະ​ກາ​ຢາ, ໄດ້​ຮັບ​ຟັງ​ການ​ລາຍ​ງານສະ​ພາບ​ການ​ແລກ​ປ່ຽນ​​ດ້ານ​ວັດ​ທະ​ນະ​ທຳ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບລະ​ຫວ່າງ​ແຂວງ​ເຮ​ລົງ​ຈ່ຽງ​ແລະ​ລັດອາ​ມຸ​​ສະ​ກາ​ຢາ.

ຄຳ​ເຫັນ

0