覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຮານ​ເຈີ້ງ​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15

2018-09-13 14:45:12 cri

 ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້​ງ​ທີ 15 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ກັນ​ຍາ​ນີ້. ທ່ານ​ຮານ​ເຈີ້ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົມ​ຕີ​ຈີນ​ໄດ້​ກ່າວ​ປາ​ໄສ​ພາຍ​ໃຕ້​ຫົວ​ຂໍ້​ສ​ະ​ເພາະ​ໃນ​ພິ​ທີ​ເປີດ​ງານ.
 

ທ່ານ​ຮານ​ເຈີ້ງ​ກ່າວ​ວ່າ: ຈີນ​ແລະ​ອາ​ຊຽນ​ມີ​ຊາຍ​ແດນ​ຕິດ​ຕໍ່​ກັນ, ເປັນ​ເພື່ອນ​ບ້ານ​ທີ່​ດີ,​ໝູ່​ເພື່ອນ​ທີ່​ດີແລະ​ຄູ່​ຮ່ວມ​ມື​ທີ່​ດີ. ຕະຫຼອດ​ໄລ​ຍະ 15 ປີຫຼັງ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ການ​ຮ່ວມ​ມື​ ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ທີ່​ມີ​ຜົນ​ສຳ​ເລັດຫຼາຍກວ່າ​ໝູ່​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​ໝູ່.
 

ທ່ານ​ຮານ​ເຈີ້ງ​ກ່າວ​ຕື່ມ​ວ່າ: ຈີນ​ແລະ​ອາ​ຊຽນ​ກຳ​ລັງ​ເກາະ​ແຂນ​ກັນ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ມີ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ຮ່ວມ​ກັນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ ແລະ​ມຸ້ງ​ໜ້າ​ໄປ​ສູ່​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ທ່ານ​ຮານ​ເຈີ້ງ​ໄດ້​ສະ​ເໜີ​ຄຳ​ເຫັນ 6 ຂໍ້ ຄື  ໜຶ່ງ, ເພີ່ມ​ທະ​ວີ ​ການ​ເຊື່ອມ​ຕໍ່​ກັນ​ດ້ານ​ຍຸດ​ທະ​ສາດ, ຊຸກ​ຍູ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ເຊື່ອມ​ຕໍ່​ກັບ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ກ້າວ​ສູ່​ລວ​ງເລິກ, ຂະ​ນະ​ດຽວ​ກັນ​ຍັງ​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ແລະ​ແຜນ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອບ​ການ​ຮ່ວມ​ມື “3+X”ທີ່​ເນັ້ນ​ສາມ​ເສົາ​ຄ້ຳ​ຄື ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ,ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ກໍ​ຄື​ການ​ຖື​ການ​ຮ່ວມ​ມືຫຼາຍ​ຂົງ​ເຂດ​ເປັນ​ກຳ​ລັງ​ຄ້ຳ​ຊູ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ຄຸນ​ນະ​ພາບ​ແລະ​ມີ​ລະ​ດັບ​ສູງ​ຂຶ້ນ. ສອງ, ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ເວ​ທີ​ຕ່າງໆ​ຢ່າງ​ເຕັມ​ກຳ​ລັງ​ເຊັ່ນ ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ອື່ນໆ, ເພີ່ມ​ການ​ນຳ​ເຂົ້າ​ຈາກ​ປະ​ເທດ​ອາ​ຊຽນ, ສືບ​ຕໍ່​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ປະ​ເທດ​ອາ​ຊ​ຽນ​ໃຫ້ຫຼາຍ​ຂຶ້ນ, ຊຸກ​ຍູ້​ການ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້ມີ​ປະ​ສິດ​ທິ​ຜົນ​ຮອບ​ດ້ານ. ສາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ຜະ​ລິດ, ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍການ​ຮ່ວມ​ມື​ເພື່ອ​ຍົກ​ສູງ ​ຄວາມ​​ສາ​ມາດ​ການ​ຜະ​ລິດ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ,ຕ່ອງ​ໂສ້​ມູນ​ຄ່າ​ແລະ​ຕ່ອງ​ໂສ້​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ,ມີ​ກຳ​ລັງ​ຊຸກ​ດັນຫຼາຍ​ຂຶ້ນ​ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຝ່າຍ​ຕ່າງໆຫຼາຍກວ່າ​ເກົ່າ. ສີ່, ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ການ​ເຊື່ອມ​ຈອດ​ກັນ, ເລັ່ງ​ລັດ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ, ທາງ​ລົດ​ໄຟ​ຈາ​ກາ​ຕາ-ບັນ​ດຸງ​ອິນ​ໂດ​ເນ​ເຊຍ,ທາງ​ລົດ​ໄຟ​ຈີນ-ໄທ,ໂຄ​​ງ​ການໂຕ​ແບບ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ຈີນ-ສິງ​ກະ​ໂປ (ຈຸ່ງ​ກິ່ງ)ພ້ອມ​ດ້ວຍ​ໂຄງ​ການ​ຊ່ອງ​ທາງ​ທິດ​ໃຕ້. ຫ້າ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ,ສຸມ​ໃສ່​ສ້າງ​ຕັ້ງ​ເຄືອ​ຂ່າຍ​ປະ​ສານ​ງານ​ຖ່າຍ​ທອດ​ເຕັກ​ນິກ​ໃນ​ພາກ​ພື້ນ, ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​ນິກ​ແລະ​ຫັນ​ເຕັກ​ນິກ​ໃຫ້​ເປັນ​ຜົນ​ສຳ​ເລັດ​ຕົວ​ຈິງ, ອອກ​ແຮງ​ພັດ​ທະ​ນາ​ການ​ອົບ​ຮົມ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ແລກ​ປ່ຽນ​ດ້ານ​ເຕັກ​ນິກ. ຫົກ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ວັດ​ທະ​ນະ​ທຳ,ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ,ທ່ອງ​ທ່ຽວ, ຊາວ​ໜຸ່ມ, ສື່ມວ​ນ​ຊົນ​ແລະ​ອື່ນ​ໆ.
 

 ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​​ມິນ​ສະ​ເວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານວອງ​ດິງ​ຮຸຍ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ເຊ​ຟ ອາ​ລີ ອີ​ດີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຊານ​ຊີ​ບາ ສະ​ຫະ​ພັນ​ສາ​ທາ​ລະ​ນະ​ລັດ​ຕັງ​ຊາ​ນີ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດ​ງານໃນ​ຄັ້ງ​ນີ້.

ຄຳ​ເຫັນ

0