吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 4

2018-09-13 17:59:57 cri

ຕອນ​ຄ່ຳ​ວັນ​ທີ 12 ກັນຍາ​ນີ້, ພາຍຫຼັງ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ກັບ​ຄືນ​ນະຄອນຫຼວງ​ປັກ​ກິ່ງດ້ວຍ​ຄວາມ​ສະຫວັດດີ​ພາບ.

ທ່ານ​ຕີ່​ງ​​ເສ​ວ່ຊຽງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການສູນ​ກາງ​ພັກ, ທ່ານ​ຢາງ​​ເຈ​ຊື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​, ຫົວໜ້າຄະນະ​ກຳມະການ​ວຽກ​ງານ​ຕ່າງປະ​ເທດ​ຈີນ, ທ່ານ​ວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ, ທັງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສູນ​ກາງ​ຈີນ, ທ່ານ​ເຮີ​ລີ້​ເຟີ່ງ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການ​ພັດ​ທະນາ ​ແລະ​ປະຕິ​ຮູບ​ແຫ່ງ​ຊາດຈີນ ​ແລະ​ບຸກຄົນ​ສຳຄັນ​ອື່ນໆ​ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ​ປັກ​ກິ່ງດ້ວຍ​ເຮືອບິນ​ພິ​ເສດ.

​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່​ວາ​ລາ​ດີ​ໂວ​ດສະ​ຕອກ, ທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ຮ່ວມ​ກັບ​ທ່ານວາຣາດີ​ເມຍ​ປູ​ຕິນ ປະທານາທິບໍດີຣັດ​ເຊຍທ່ຽວ​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ການ​ຮ່ວມ​ມື​ເສດຖະກິດ-ການ​ຄ້າ​ຈີນ-ຣັດ​ເຊຍ.

ຄຳ​ເຫັນ

0