尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກິ​ລາ​ຈີນ-ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ

2018-09-13 16:59:50 cri

ເພື່ອ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ກິ​ລາ​ລະ​ຫວ່າງ​ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ຕື່ມ​ອີກ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກິ​ລາ​ຈີນ-ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ຄັ້ງ​ທີ 2 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວປະ​ເທ​ດ​ຍີ່​ປຸ່​ນ​ໃນ​ວັນ​ທີ 12 ຫາ​ວັນ​ທີ 13ກັນ​ຍາ​ນີ້.
 

ໃນ​ໄລ​ຍະ​ກອງ​ປະ​ຊຸມ,ສາມ​ຝ່າຍ​ໄດ້​ປະ​ເມີນ​ໝາກ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກິ​ລາ​ຫຼັງຈາກເຊັນ “ຖະ​ແຫຼງ​ການພຽງ​ຊາງ” ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກິ​ລາ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ປີ 2016, ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ທີ່​ລະ​ບຸ​ໄວ້​ໃນ​ຖະ​ແຫຼງ​ການ​ພຽງ​ຊາງ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ​ຕໍ່​ໄປ,ພ້ອມ​ທັງ​ໄດ້​ເຊັນ​ສັນ​ຍາ​ແຜນ​ການ​ການ​ເຄື່ອນ​ໄຫວ​ໂຕ​ກຽວ.
 

ແຜນ​ການ​ການ​ເຄື່ອນ​ໄຫວ​ໂຕ​ກຽວ​ມີ​ຈຸດ​ປະ​ສົງ​ເພື່ອ​ຖື​ໂອ​ກາດ​ຈັດ​ງານ​ໂອ​ລິມ​ປິກ​ຂອງ 3 ປະ​ເທດ​ລຽນ​ຕິດ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ 3 ປະ​ເທດ​ໃນ​ຂົງ​ເຂດ​ກິ​ລາ. ນອກ​ນີ້, ສາມ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ຈະ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກິ​ລາ​ຈີ​ນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ ຄັ້ງ​ທີ 3 ຢູ່​ຈີນ​ໃນ​ປີ 2020.

ຄຳ​ເຫັນ

0