覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ດີ​ຈີ​ຕອນ ຮ່ວມ​ກັນ​ຊົມ​ໃຊ້​ເສດ​ຖະ​ກິດ​ດີ​ຈີ​ຕອນ----ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ​ ສ​ປ ຈີນ

2018-09-13 15:43:07 cri

图片默认标题_fororder_webwxgetmsgimg (23)

ວັນ​ທີ 12 ກັນ​ຍານີ້ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນທີ່​ມີ​ຫ້ອງວ່າ​ການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ທາງ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ຈີນ, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ, ກະ​ຊວງ​ອຸ​ສ​ດາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ ແລະ​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ເຂດກວາງ​ຊີເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ​ເປັນ​ເຈົ້າ​ພາບ​ຮ່ວມ​ນັ້ນ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ເຂດກວາງ​ຊີ​ ສ​ປ ຈີນ. ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ເສີນ​ອູ ປະ​ທານ​ເຂດກວາງ​ຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ ໄດ້​ກ່າວ​ຄຳ​ອວຍ​ພອນ​ຕໍ່​ກອງ​ປະ​ຊຸມ, ທ່ານ​ຢາງ​ຊຽວ​ເວີຍ ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ຈີນ, ທ່ານ​ໂລ​ສ ຊູ​ຣະ​ຄະ ທີ່​ປຶກ​ສາ​ກະ​ຊວງ​ໄປ​ສະ​ນີ​ກຳ​ປູ​ເຈຍ, ທ່ານ​ບຸນ​ສະ​ເຫຼີມ​ໄຊ ເຄນ​ນາ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງໄປ​ສະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ​ແລະ​ການ​ສື່​ສານ ສ​ປ​ປ ລາວ, ທ່ານ​ອົງ​ຄຽນ​ມິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ສາ​ກົນ​ແລະ​ອຸດ​ສາ​ຫະ​ກຳ​ມາ​ເລ​ເຊຍດ ທ່ານ​ຈິດ​ເວີຍ ເລ​ຂາ​ທິ​ການ​ປະ​ຈຳ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ແລະ​ການ​ສື່​ສານ​ມຽນ​ມາ ແລະ​ທ່ານ​ນາງ​ທັນ​ລີ​ຊັນ ຮອງ​ເລ​ຂາ​ປະ​ຈຳ​ກະ​ຊວງ​ການ​ສື່​ສານ​ແລະ​ຖະ​ແຫຼງ​ຂ່າວ​ຂອງ​ສິງ​ກະ​ໂປ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າ​ວ​ແລະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.
 

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ນັກ​ທຸ​ລະ​ກິດ​ທີ່ມີ​ຊື່​ສຽງ, ຜູ້​ນຳ​ວົງ​ການ​ການ​ຄ້າ ແລະ​ນັກ​ປາດ​ວິ​ຊາ​ການ​ຈາກ​ຈີນ, ອາ​ເມ​ລິ​ກາ, ອິນ​ເດຍ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ລວມ​ທັງ​ໝົດ 500 ກວ່າ​ຄົນ​ໄດ້​ເຂົ້າ​ຮ່​ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ຄຳ​ເຫັນ

0