吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຂ່ງຂັນ​ເຄີ​ນລີງ (curling) ​ໂລກ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊູ່​​ໂຈ່ວ

2018-09-13 18:00:56 cri

ວັນ​ທີ 12 ກັນຍາ​ນີ້, ການ​ແຂ່ງຂັນ​ກິລາ​ລະດູ​ໜາວ​ສາກົນ​ເທື່ອ​ທຳ​ອິດ​ຂອງ​ງານ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊູ່​ໂຈ່​ວ​ແຂວງ​ຈ່ຽງຊູ່ ສປ.​ຈີນ, ​ໂດຍ​ມີ 24 ທິມຈາກ 10 ປະ​ເທດ ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມການ​ແຂ່ງຂັນທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 16 ກັນຍານີ້.

ການ​ແຂ່ງຂັນ​ເຄີ​ນລີງ​ໂລກ​ເປັນ​ການ​ແຂ່ງຂັນສາກົນ​ທີ່​ສຳຄັນ​ໂດຍ​ສະມາຄົມ​​ເຄີ​ນລີງ​ໂລກ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ທຸກ​ປີ, ປີ​ນີ້​ເປັນ​ຄັ້ງ​ທຳ​ອິດທີ່​ມີ​ການ​ແຂ່ງຂັນ 4 ຄັ້ງ​ທີ່ຈັດ​ຂຶ້ນ​ຢູ່​ເມືອງ​ຊູ່​ໂຈ່​ວຈີນ, ທະວີບ​ເອີຣົບ, ອາ​ເມ​ຣິກາ​ເໜືອ ​ແລະ​ນະຄອນຫຼວງ​ປັກ​ກິ່ງ​ຈີນ, ລວມທັງ​ການ​ແຂ່ງຂັນ​​ເຄີ​ນລີງ​ງານ​ໂອ​ລິ​ມປິກ​ລະດູ​ໜາວ 3 ລາຍການ ຄື: ການ​ແຂ່ງຂັນປະ​ເພດ​ຊາຍ, ການ​ແຂ່ງຂັນປະ​ເພດຍິງ ​ແລະ​ການ​ແຂ່ງຂັນທິມປະສົມ, ​ເຊິ່ງ​ເປັນ​ການ​ແຂ່ງຂັນ​​ເຄີຍ​ລີງລາຍການພິ​ເສດ​ລະດັບ​ສາກົນ​ທີ່​ຈັດ​ຂຶນ 3 ລາຍການ​ເຂົ້າ​ຮ່ວມ​ໃນ​ປັດຈຸບັນ.

 

ຄຳ​ເຫັນ

0