尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈັດ​ກິດ​ຈະ​ກຳວັນ​ອະ​ນາ​ໄມໂລກ​ຄັ້ງ​ທຳ​ອິດ

2018-09-13 15:52:25 cri

ວັນ​ທີ 15 ກັນ​ຍາ​ແມ່ນ​ວັນ​ອະ​ນາ​ໄມ​ໂລກ. ປີ​ນີ້ ຈີນ​ໄດ້​ຈັດ​ກິດ​ຈະ​ກຳ​ວັນ​ອະ​ນາ​ໄມຢູ່​ຈີນ​ເປັນ​ຄັ້ງ​ທຳ​ອິດແລະໄດ້​ຈັດ​ກິດ​ຈະ​ກຳ​ເກັບ​ຂີ້​ເຫຍື້ອ​ຢູ່​ຈີນ,ເພື່ອ​ຊັກ​ຊວນ​ປະ​ຊາ​ຊົນ​ພ້ອມ​ກັນ​ກຳ​ຈັດ​ຂີ້​ເຫຍື້ອ​ຢ່າງ​ຈິງ​ຈັງ​ໃນ​ປັດ​ຈຸ​ບັນ​, “ໃຊ້​ການ​ກະ​ທຳ,ອຸ​ທິດ​ກຳ​ລັງ​ຂອງ​ຕົນ.”
 

ກິດ​ຈະ​ກຳ​ເກັບ​ຂີ້​ເຫຍື້ອ​ຄັ້ງ​ນີ້​ຈະ​ເຕົ້າ​​ໂຮມ​ວິ​ສາ​ຫະ​ກິດ,ອົງ​ການ​ຈັດ​ຕັ້ງ​ແລະ​ບຸກ​ຄົນ​ທີ່ສົນ​ໃຈ​ກຳ​ຈັດ​ຂີ້​ເຫຍື້ອ​ຂອງ​ຈີນ,ຊັກ​ຊວນ​ປະ​ຊາ​ຊົນ​ປະ​ມານ 1 ລ້ານ​ຄົນ​ເຮັດ​ກິດ​ຈະ​ກຳ​ພາຍ​ໃຕ້​ຄຳ​ຂວັນ“ພົບ​ຂີ້​ເຫຍື້ອ,ເກັບ​ຂີ້​ເຫຍື້ອ​ແລະ​ຫຼຸດ​ຂີ້​ເຫຍື້ອ​ໃຫ້​ໜ້ອຍ​ລົງ”ດ້ວຍ​ການ​ກະ​ທຳ​ຕົວ​ຈິງ,ລິ​ເລີ່ມການ​ດຳ​ລົງ​ຊີ​ວິດ​ທີ່ຍືນ​ຍົງ. ນອກ​ນີ້,ໃນ​ວັນອະ​ນາ​ໄມໂລກ​ໃນ​ມື້​ດັ່ງ​ກ່າວ,ຝ່າຍ​ເຈົ້າ​ພາບ​ຈັດ​ກິດ​ຈະ​ກຳ​ຍັງ​ໄດ້​ເຊີນ​ນັກ​ສະ​ແດງ​ທີ່​ມີ​ຊື່​ສຽງ,ຜູ້​ຊະ​ນະ​ເລີດ​ໃນງານ​ໂອ​ລິມ​ປິກ​ຄົນ​ພິ​ການ,​ນັກປີນ​ພູ​ສະ​ໝັກ​ຫຼິ້ນ​ເປັນ​ໂຄ​ສົກເພື່ອ​ລິ​ເລີ່ມ​ຊັກ​ຊວນ​ໃຫ້​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ກຳ​ຈັດ​ຂີ້​ເຫຍື້ອ​ແລະ​ໃຊ້​ການ​ກະ​ທຳ​ຈາກ​ຂົງ​ເຂດ​ຕ່າງໆ.

ຄຳ​ເຫັນ

0