何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກ່າວຄຳປາໄສເນັ້ນໜັກການຮ່ວມ​ມື​ສ້າງ​ອະ​ນາ​ຄົດ​ອັນສົດໄສຂອງ​ຕາ​ເວັນ​ອອກ​ໄກ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ

2018-09-13 11:21:33 CRI

图片默认标题_fororder_1123421150_15367762646091n

 

ວັນ​ທີ 12 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ຢູ່ວ​າລາ​ດີ​ໂວດສະ​ຕອກ. ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ, ທ່ານວາ​ລາດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານ​ຄາດ​ມາ ບາ​ຕູ​ກາ, ປະ​ທາ​ນາ​ທິ​ບໍ​ດີ​ມົງ​ໂກຣີ, ທ່ານ​ຊິນ​ໂຊະ ອະ​ເບະ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ແລະ​ທ່ານຫຼີ ນັກ​ຢອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ເກົາຫຼີ​ໄດ້​ເຂົ້າ​ຮ​ວ່ມກອງ​ປະ​ຊຸມ​ດັ່ງ​ກ່າວ.

 

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິງເນັ້ນໜັກວ່າ, ພາຍ​ໃຕ້​ສະ​ພາບ​ການ ​ໃໝ່​ໃນ​ປະ​ຈຸ​ບັນ, ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຄວນ​ຮ່ວມ​ກັນ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ ສະ​​ຖຽນ​ລະ​ພາບ ການ​ພັດ​ທະ​ນາ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ, ​ທ່ານ​ໄດ້ສະເໜີ​ຄວາມ​ເຫັນ 4 ຂໍ້, ​ໂດຍສະ​ເໜີ​ໃຫ້​ຝ່າຍ​ຕ່າງໆ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ລົງ​ເລິກ​ການ​ຮ່ວມ​ມື, ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ ແລະ​ກັນ, ບັນ​ລຸ​ການ​ພັດ​ທະ​ນາກວມ​ລວມ ແລະ​ກົມ​ກຽວ. ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ພາກ​ພື້ນ​ນີ້, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ບັນ​ດາ​ຝ່າຍ, ຄົ້ນ​ຄວ້າ​ຊ່ອງ​ທາງ​​ຮັກ​ສາ​ສັນ​ຕິ​ພາບ ແລະ​ສະຖຽນລະພາບ​ຖາ​ວອນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ,ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົ​ດລະ​ເພື່ອ​ບັນ​ລຸ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

图片默认标题_fororder_1123421150_15367771193571n

ເມື່ອ​ກ່າວ​ເຖິງ​ການ​ລົງ​ເລິກ​ການ​ຮ່ວມ​ມື, ທ່ານ​ສີ​ຈິ້ນ​ຜິງເນັ້ນໜັກວ່າ, ຕ້ອງ​ສຸມ​ໃສ່​ຍົກ​ລະ​ດັບ​ການເຊື່ອມ​ໂຍງ​ເຊື່ອມ​ຈອ​ດ​ພື້ນ​ຖານ​ໂຄງ​ລ່າງ​ຂ້າມ​ຊາດ, ອຳນວຍຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ​ການ​ລົງ​ທຶນ, ຮ່ວມ​ມື​ສ້າງ​​ເສດ​ຖະ​ກິດ​ພາກ​ພື້ນ​ແບບ​ເປີດ​ປ​ະ​ຕູ; ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ, ຊຸກ​ຍູ້​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຕົວ​ຈິງ​ໃຫ້ຫຼາຍກວ່າ​ເກົ່າ, ສ້າງ​ຜົນ​ປະ​ໂຫຍດ​ອັນແທ້​ຈິງຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ພາກ​ພື້ນ.

 

ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມມື​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ກຳ   ແໜ້ນ​ໂອ​ກາດ​ຄັ້ງ​ປະ​ຫວັດ​ສາດທີ່ສອດ​ຄ່ອງ​ກັບ​ກະ​ແສ​ຂອງຍຸກ​ສະ​ໄໝ, ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ຢູ່​ຕາ​ເວັນ​ອອກ​ໄກ​ຂອງ​ຣັດ​ເຊຍ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບຫຼາຍ​ຝ່າຍ ແລະ​ຍືນ​ຍົງ​ໃນ​ພາກ​ພື້ນ, ສ້າງ​ຜົນ​ປະ​ໂຫຍດ​ຮ່ວ​ມ​ໃຫ້ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ໄດ້​ຊົມ​ໃຊ້​ໂອ​ກາດ​ການ​ຮ່ວມ​ມື ແລະ​ຜົນ​ການ​ພັດ​ທະ​ນາ, ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ເຂ​ດ​ຕາ​ເວັນ​ອອກ​ໄກ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.

ຄຳ​ເຫັນ

0