尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ນາ​ຍົກ​ຈີນ​ກ່າວ​ປາ​ໄສ​ໃນກອງ​ປະ​ຊຸມ​ອາ​ຊຽນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​

2018-09-13 15:53:02 cri

ວັນ​ທີ 12 ກັນ​ຍາ​ນີ້, ທ່ານ ຮູຊຸ່ນ​ຮ​ວາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ອາ​ຊຽນ​ຂອງ​ເວ​ທີ​ປຶກ​ສາ​ຫາລື​ເສດ​ຖະ​ກິດ​ໂລກ​ພ້ອມກ່າວ​ປາ​ໄສ.
 

ທ່ານ ຫູ​ຊຸ່ນ​ຮ​ວາ ກ່າວ​ວ່າ, ປັດ​ຈຸ​ບັນ,ເສ​ດ​ຖະ​ກິດ​ໂລກ​ໄດ້​ຟື້ນ​ຄືນໂດຍ​ລວມ,ແຕ່​ປັດ​ໄຈ​ບໍ່​ແນ່ນອນ​ແລະ​​ຄວາມ​ບໍ່​ໝັ້ນ​ທ່ຽງ​ພັດ​ໄດ້​ເພີ່ມ​ຂຶ້ນເຊັ່ນ​ກັນ,ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່ເຄັ່ງ​​ຕຶງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກໍ​ຄື​ໂລກ, ກຳ​ໂອ​ກາດ​ໃໝ່​ດ້ານ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ,ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ໂດຍ​ຖື​ເອົາການ​ປະ​ດິດ​ສ້າງ​ໃໝ່,ນຳ​ໜ້າຊຸກ​ຍູ້​ການ​ເຕີບ​ໂຕ​ແບບກວ​ມ​ລວມ,ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ການ​ເຊື່ອມ​ຈອດ​ກັນ,ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່,ການ​ເປີດ​ປະ​ຕູ,ການ​ເຊື່ອມ​ຈອດ​ກັນແລະ​ກວມ​ລວມ.
 

ທ່ານ ຮູຊຸ່ນ​ຮ​ວາ ກ່າວ​ເນັ້ນ​ວ່າ: ອາ​ຊຽນ​ແມ່ນ​ເພື່ອນ​ມິດ​ທີ່​ດີ​ແລະ​ຄູ່​ຮ່ວມ​ທີ່​ດີ​ຂອງ​ຈີນໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະ​ວີການ​ເຊື່ອມ​ຕໍ່​ດ້ານ​ແຜນ​ການ​ການ​ພັດ​ທະ​ນາ,ເປີດກວ້າງ​ການ​ແລກ​ປ່ຽນ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ,ລົງ​ເລິກ​ການ​ຮ່ວມ​ມືດ້ວຍການ​ປະ​ດິດ​ສ້າງ​ໃໝ່,ຊຸກ​ຍູ້​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ,ສ້າງ​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​ຈີນ-ອາ​ຊຽນໃຫ້​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ.
 

​ຫົວ​ຂໍ້​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ “ອາ​ຊຽນ 4,0: ຈິດ​ໃຈ​ນັກ​ວິ​ສາ​ຫະ​ກິດ​ແລະ​ກາ​ນ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4”. ໂດຍ​ມີທ່ານ ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ທ່ານ ລີ​ສຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ, ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ, ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ນາງ ​ອອງ​ຊານ ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ແລະ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​ອື່ນໆ​ກໍ​ຄື​ທ່ານ ຄ​ລາວ​ສ໌ ສະ​ເວບ ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ກ່າວ​ປາ​ໄສ​ໃນ​ພິ​ທີ ແລະ​ມີຜູ້​ຕາງ​ໜ້າ​ຈາກ​ວົງ​ການ​ຕ່າງໆ​ຂອງ​ອາ​ຊຽນ​ກໍ​ຄື​ປະ​ເທດ​ທີ່​ກ່ຽວ​ຂ້ອງ 1 ພັນ​ກວ່າ​ຄົນ​ເຂົ້າ​ຮ່ວມ.

ຄຳ​ເຫັນ

0