何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ປະ​ເທດ​ອາ​ຊຽນ​ຕີ​ລາ​ຄາ​ສູງ​ຕໍ່ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ

2018-09-13 14:28:56 CRI

ວັນ​ທີ 12 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນແລະ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ ເຂດກວາງ​ຊີ​ຈີນ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21, ສ້າງ​ປະ​ຊາ​ຄົມ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊ​ຽນ”. ໃນ​ພິ​ທີ​ເປີດ, ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ່າງ​ກໍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ.

 

ທ່ານ​ສົມ​ດີ ດວງ​ດີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​”​ໄດ້​ປະ​ກອບ​ສ່ວນສຳ​ຄັນ​ໃຫ້​ແກ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນການ​ຄ້າ​ອາ​ຊຽນ ແລະ​ສ​ປ​ຈີນ, ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ມີ​ການ​ຂະ​ຫຍາຍ​ຕົວ​ຂຶ້ນ​ຕື່ມ, ໂດຍ​ສະ​ເພາະ​ບັນ​ດາ​ໂຄງ​ການ​ພາຍ​ໃຕ້ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ” ເປັນ​ຕົ້ນ​ແມ່ນ​ການ​ຂົນ​ສົ່ງ​ທາງ​ນ້ຳ ທາງ​ບົກ ທາງ​ລົດ​ໄຟ ແລະ​ໂຄງ​ການ​ຕິດ​ພັນ​ອື່ນໆ​ປະ​ສົບ​ຜົນ​ສຳ​ເລັດ. ຫວັງ​ວ່າອາ​ຊຽນ ແລະ​ຈີນ​ສືບ​ຕໍ່​ສ້າງ​ເຄືອ​ຂ່າຍ ແລະ​ຮັດ​ແໜ້ນ​ການ​ເຊື່ອມ​ຈອດລະ​ຫວ່າງ​ອາ​ຊ​ຽນກັບ​ຈີນ​ໃຫ້​ສຳ​ເລັດ​ໂດຍ​ໄວ, ໂດຍ​ເຊື່ອມ​ສານ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ແຜນ​ແມ່​ບົດ​ເຊື່ມອ​ຈອດ​ອາ​ຊ​ຽນ 2025 ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ ແລະ​ການ​ລົງ​ທຶນ​ໃນ​ພາກ​ພື້ນ.

 

ທ່ານ​ມິນ​ສະ​ເວ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ກ່າວ​ວ່າ, ມຽນ​ມາ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເຫັນ​ວ່າ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ​ສ້າງ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ມຽນ​ມາ​ຫວັງ​ວ່າ ການ​ສ້າງ “​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21”ທີ່​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ນັ້ນ​ສາ​ມາດ​ຊຸກ​ຍູ້​ການ​ສ້າງ​ເຄືອ​ຂ່າຍ​ການ​ຄ້າ​ທາງ​ທະ​ເລ, ປັບ​ປຸງ ແລະ ເຊື່ອມ​ໂຍງ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ, ຍົກ​ລະ​ດັບ​ຄວາມ​ສະ​ດວກ​ຂອງ​ການ​ຂົນ​ສົ່ງທາງ​ທ່າ​ກຳ​ປັ່ນ, ການ​ເດີນ​ເຮືອ ແລະ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

 

ປີ​ນີ້​ແມ່ນປີ​ທີ່​ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15ປິ, ພໍ​ດີ​ແມ່ນ​​ປີ​ທີ່ຈີນ-ກຳ​ປູ​ເຈຍ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ. ​ກຳ​ປູ​ເຈຍ​ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ​ຂອງ​ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນປີ​ນີ້. ທ່ານ​ຮຸນ​​ແຊນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ, ໃນ 15 ປີ​ຜ່ານ​ມາ, ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ສຳ​ລັບ​ການ​ແລກ​ປ່ຽນ​ດ້ານ​ການ​ເມືອງ, ການ​ທູດ ແລະ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຜູ້​ນຳ, ນັກ​ທຸ​ລະ​ກິດ ແລະ​ຜູ້​ລົງ​ທຶນ​ບັນ​ດ​ປະ​ເທດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ ແລະ​ການ​ລົງ​ທຶນລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽ​ນ, ​ລົງ​ເລິກ​ການຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ. ທ່ານ​ຫວັງ​ວ່າ​ຈີນ​ຈະ​​ຖ່າຍ​ທອດ​ເຕັກ​ນິກ ແລະ​ບົດ​ຮຽນດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ປະ​ດິດ​ສ້າງ​ໃໝ່​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ, ປັບ​ປຸງ ແລະ​ຂະ​ຫຍາຍ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ​ການ​ປະ​ດິດ​ສ້າງ​ໃໝ່, ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ, ​ກ້າວ​ໄປ​ເຖິງ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່​ສ້າງ​ປະ​ຊາ​ຄົມ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ.

 

ທ່ານວອງ​ດິນ​ຮວາຍ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ກ່າວ​ວ່າ, ຍາມ​ໃດ​ຫວຽດ​ນາມ​ກໍ​ໃຫ້​ຄວາມ​ສຳ​ຄັນ​ ແລະ ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ສ້າງ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ໃຫ້​ວິ​ສາ​ຫະ​ກິດ​ຈີນ ແລະ ປະ​ເທດ​ອາ​ຊຽນ​ທີ່​ລົງ​ທຶນ ຮ່ວມ​ມື ແລະ​ພັດ​ທະ​ນາ​ຢູ່​ຫວຽດ​ນາມມີ​ຄວາມ​ສະ​ດວກ​ສະ​ບາຍ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ. ປີ​ນີ້​ຫວຽດ​ນາມ​ມີ​ຮ້ານ​ວາງ​ສະ​ແດງຫຼາຍກວ່າ 250 ​ຮ້ານ, ເຊິ່ງ​ສືບ​ຕໍ່​ເປັນ​ອັນ​ດັບ​ໜຶ່ງ​ໃນ​ປະ​ເທດ​ອາ​ຊຽນ.

 

​ມີວິ​ສາ​ຫະ​ກິດ 2700 ກວ່າ​ແຫ່ງ​ທີ່​ມາ​ຈາກ​ 29 ປະ​ເທດລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊິ່ງ​ລວມ​ທັງ 10 ປະ​ເທດ​ອາ​ຊຽນໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.

ຄຳ​ເຫັນ

0