覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ຈະ​ເປັນ​ປະ​ທານຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ຈີນ-ຫວຽດ​ນາມ​ເທື່ອ​ທີ 11

2018-09-13 10:32:37 cri

ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກາດ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ກັນ​ຍາ​ນີ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ຟາມ​ບິງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ທ່ານ​ອາ​ລານ ປີ​ເຕີ ຄາ​ເຢ​ຕາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ, ທ່ານ​ວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ຢ້ຽມ​ຢາມ​ຫວຽດ​ນາມ​ເພື່ອ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ຈີນ-ຫວຽດ​ນາມ​ເທື່ອ​ທີ 11 ແລະ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ແຕ່​ວັນ​ທີ 15-18 ກັນ​ຍາ​ນີ້.
 

ທ່ານ​ເກີງ​ສວງ​ກ່າວວ່າ: ໃນ​ໄລ​ຍະ​ທ່ານ​ວາງ​ຢີ້​ເດີນ​ທາງ​ຢ້ຽມ​ຢາມຫວຽດ​ນາມ​ເທື່ອ​ນີ້, ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ທົບ​ທວນ​ແລະ​ສະຫຼຸບ​ຄວາມ​ຄືບ​ໜ້າ​ທີ່​ດີ​ຂອງ​ການ​ພົວ​ພັນ​ຈີນ-ຫວຽດ​ນາມ, ກຳ​ນົດ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຕໍ່​ໄປ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຜົນ​​ສຳ​ເລັດສຳ​ຄັນ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດຈີນ​ຕື່ມ​ອີກ, ​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຈີນ-ຫວຽດ​ນາມ​ໃຫ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ດີ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0