李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອາ​ຊຽນ​ຮ່ວມ​ກັນ​ສ້າງ “ເສັ້​ທາງ​ສາຍ​ໄໝ​ດິ​ຈິ​ຕອນ”

2018-09-14 16:16:49 cri

    ທ່ານ ຢາງ​ສຽວ​ເຫວີຍ  ຮອງ​ຫົວ​ໜ້າ​ຫ້ອງ​ການ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ຈີນ ກ່າວ​ໃນ​ວັນ​ທີ 12 ກັນ​ຍານີ້​ວ່າ, ຈີນ​ຈະ​ຮ່ວມ​ກັບ​ປະ​ເທດ​ອາ​ຊຽນ​ລົງ​ເລິກ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ດິ​ຈິ​ຕອນ ແລະ ຮ່ວມ​ກັນ​ສ້າງ “ເສັ້ນ​ທາງ​ສາຍ​ໄໝ​ດິ​ຈິ​ຕອນ”.

    ເວ​ທີ​ປຶກ​ສາ​ຫາ​ລື​​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ໃນ​ມື້​ດັ່ງ​ກ່າວ. ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ຜູ້​ນຳ​ວົງ​ການ​ການ​ຄ້າ, ຜູ້​ຊ່ຽວ​ຊານ ແລະ​ນັກ​ວິ​ຊາ​ການ 500 ກວ່າ​ຄົນ​ຈາກ​ຈີນ, ອາ​ເມ​ຣິ​ກາ, ອິນ​ເດຍ ແລະ​ປະ​ເທດ​ອາ​ຊຽນ ໄດ້​ລົງ​ເລິກ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ແລະ​ປຶກ​ສາ​ຫາ​ລື​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ທີ່​ວ່າ “ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ດິ​ຈິ​ຕອນ, ຮ່ວມ​ກັນ​ຊົມ​ໃຊ້​ເສດ​ຖະ​ກິດ​ດິ​ຈິ​ຕອນ”.

    ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລະ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ອາ​ຊຽນ​ຕ່າງໆ ເຊັ່ນ: ລາວ, ກຳ​ປູ​ເຈຍ, ມາ​ເລ​ເຊຍ, ມຽນ​ມາ ແລະ​ ສິງ​ກະ​ໂປ​ເປັນ​ຕົ້ນ ໄດ້​​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ສ້າງ “ເສັ້ນ​ທາງ​ສາຍ​ໄໝ​ດິ​ຈິ​ຕອນ” ຮ່ວມ​ກັນ ແລະ​ ໄດ້​ສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ນິກ​ແລະ​ການ​ນຳ​ໃຊ້ 5G, ກາ​ນ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ນຳ​ໃຊ້​ດາວ​ທຽມ​ນຳ​ທາງ​, ຕົວ​ເມືອງ​ສະ​ມາດ, ການ​ຜະ​ລິດເຄື່ອງ​​ໃຊ້​ດິ​ຈິ​ຕອນ ແລະ​ອື່ນໆ ເພື່ອ​ປຶກ​ສາ​ຫາ​ລື​ທິດ​ທາງ​ການ​ພັດ​ທະ​ນາ​ແລະ​ຮ່ວມ​ມື​ໃນ​ດ້ານ​ເສດ​ຖະ​ກິດ​ດິ​ຈິ​ຕອນ, ການ​ສ້າງ​ເວ​ທີ​ແລະ​ລະ​ບົບ​ຄ້ຳ​ປະ​ກັນ ແລະ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ຕົວ​ຈິງ.

ຄຳ​ເຫັນ

0