吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮັກສາ​ສັນຍາ​ນິວ​ເຄຼຍອີຣານ​ແມ່ນພັນ​ທະ​ອັນ​ຊອບ​ທຳ​ເພື່ອສະ​ໜັບສະ​ໜູນ​ລັດທິ​ຫຼາຍ​ຝ່າຍ

2018-09-14 16:49:01 cri

ວັນ​ທີ 12 ກັນຍາ​ນີ້, ທ່ານຫວາງ​ສິນ ຜູ້ຕາງ​ໜ້າຖາວອນ​ຂອງ​ຈີນ​ຄົນ​ໃໝ່​ປະຈຳອົງການ​ສະຫະ​ປະຊາ​ຊາດ ​ແລະ​ອົງການ​ສາກົນ​ອື່ນໆ​ຢູ່ນະຄ​ອນຫຼວງ​ວຽນປະ​ເທດ​ໂອ​ຕຼິດ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່​າຍສະໜັບສະໜູນ​ສັນຍາ​ຮອບດ້ານກ່ຽວ​ກັບ​ບັນຫານີວ​ເຄຼຍອີຣານ​ໃນ​ກອງ​ປະຊຸມ​ສະພາ​ມົນຕີ​ອົງການ​ພະລັງງານ​ນີວ​ເຄຼຍສາກົນ.

ທ່ານຫວາງ​ສິນ​ກ່າວ​ວ່າ: ສັນຍາ​ນິວ​ເຄຼຍອີຣານ​ເປັນ​ສັນຍາ​ຫຼາຍ​ຝ່າຍ​ທີ່ຖືກ​ຮັບຮອງ​ໂດຍ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ປະສິດທິ​ຜົນ​ຈາກ​ການ​ປະຕິບັດຕົວ​ຈິງການ​ສະໜັບສະໜູນ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຕໍ່ສັນຍາ​ນີ້​ແມ່ນ​ກະ​ແສ​ຕົ້ນຕໍ​ສາກົນ ​ໂດຍ​ສະ​ເພາະ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີນີ້​ໄດ້​​ເປີດ​ເຜີຍ​ວ່າ, ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ດັ່ງກ່າວ ​ແລະ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ຝ່າຍ​ດຽວ. ຈີນ​ຈະ​​ເດັດດ່ຽວ​ສະໜັບສະໜູນ ​ແລະ​ຮັກສາ​ສັນຍາ​ນີວ​ເຄຼຍອີຣານ ​ແລະ​ຈັດ​ຕັ້ງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ ​ແລະ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​​ເດັດດ່ຽວ. ຈີນ​ຫວັງ​ວ່າ​​ປະ​ເທດ​ທີ່​ກ່ຽວຂ້ອງ​ຈະ​ຖື​ສະພາບ​ລວມ ​ແລະ​ໄລຍະ​ຍາວ​ເປັນ​ສຳຄັນ, ຕັ້ງໜ້າ​ປະກອບສ່ວນ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ປະຊາ​ຄົມ​ໂລກ, ປະ​ຖິ້ມ​ແນວ​ຄິດ​ອະຄະຕິ, ການ​ຂວ້ຳ​ບາດ​ຝ່າຍ​ດຽວ​ ​ແລະ​ອື່ນໆ, ຫຼີກ​ເວັ້ນ​​ເພື່ອບໍ່ໃຫ້ສະຖານະການ​ເຄັ່ງ​ຕຶງຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0