黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອາ​ຊຽນ ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ການ​ຮ່ວມ​ມືການ​ຄ້າ​ເອ​ເລັກ​ໂຕຣນິກ

2018-09-14 17:12:54 cri

ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລືການ​ຄ້າ​ເອ​ເລັກ​ໂຕຣນິກສູ​ນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ 2018 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 13 ກັນ​ຍາ​ນີ້, ​ໂດຍ​ມີເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​, ນັກ​ທຸ​ລະ​ກິດ​ດີ​ເດັ່ນ, ນັກ​ວິ​ຊາ​ການ​ແລະ​ບຸກ​ຄົນ​ສຳ​ຄັນ​ອື່ນໆ​ 300 ກວ່າ​ທ່ານ​​ຈາກ​ຈີນ​ແລະ​ອາ​ຊຽນ​ເຂົ້າ​ຮ່ວມ, ເພື່ອ​ຮ່ວມ​ກັນ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຊ່ອງ​ທາງ​ໃໝ່​ແລະ​ໂອ​ກາດ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕຣນິກ​ຈີນ​ແລະ​ອາ​ຊຽນ, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທາງ​ອອນ​ລານລະ​ຫວ່າງ​ຈີນ​ແລະ​ອາຊຽນ​ ​ຕື່ມ​ອີກ.

ບັນ​ດາ​ຜູ້​ແທນ​ທີ່​ຮ່ວມ​ປະ​ຊຸມ​ເຫັນ​ວ່າ, ການ​​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ຢ່າງ​ສຳ​ເລັດ​ຜົນ, ຈະ​ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ອິນ​ເຕີ​ເນັດ​ແລະ​ວິ​ສາ​ຫະ​ກິດ​ການ​ຄ້າ​​ເອ​ເລັກ​ໂຕຣນິກຂອງ​ຈີນ​ແລະ​ອາ​ຊຽນ, ຊຸກ​ຍູ້​​ການ​ຮ່ວມ​ມືເສດ​ຖະ​ກິດ​ການ​ຄ້າ​ຈີນ​ແລະ​ອາ​ຊຽນ​​ໃຫ້ຕ່າງ​ຝ່າຍ​ຕ່າງ​​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ແລະ​ອາ​ຊຽນ, ແລະ​ຊຸກ​ຍູ້​​ການ​ຍົກ​ລະ​ດັບ​ດ້ານ​ເສດ​ຖະ​ກິດ​ດັ້ງ​ເດີມ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ຄຳ​ເຫັນ

0