覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ທີ່​ນຳ​ພາ​ໂດຍ​ປະ​ມຸກ​ລັດ​ແລະ​ມີ​ພື້ນ​ຖານ​​ທາງ​ຈິດ​ໃຈປະ​ຊາ​ຊົນ

2018-09-14 16:17:05 ​cri

ໃນ​ໄລ​ຍະ​ດຳ​ເນີນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ທີ່​ຫາ​ກໍ່​ອັດ​ລົງ​ຢູ່​ນະ​ຄອນວາ​ລາ​ດີ​ໂວ​ສ​ຕອກ ປະ​ເທດ​ຣັດ​ເຊຍ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ອາ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ພົບ​ປະ​ກັນ​ເປັນ​ເທື່ອ​ທີ​ສາມ​ພາຍ​ໃນ​ໄລ​ຍະ 4 ເດືອນ​ຜ່ານ​ມາ. ການພົບ​ປະ​ແລກ​ປ່ຽນ​ກັນ​ເລື້ອຍໆ​ລະ​ຫວ່າງ​ປະ​ມຸກ​ລັດ​ແບບ​ນີ້​ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ຈຸດ​ໜຶ່ງ​ຂອງ​ການ​ຂະ​ຫຍາຍສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ ເປັນ​ການ​ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງວ່າ:ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິ​ງ​ແລະ​ທ່ານ​ປູ​ຕິນ​ໄດ້​ພົບ​ປະ​ກັນຫຼາຍກວ່າ 20 ຄັ້ງ ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ຖືກ​ຍົກລະ​ດັບ​ສູງ​ຂຶ້ນ​ແລະ​ມີ​ຄວາມ​ພິ​ເສດ ທັງ​ເນັ້ນ​ໃຫ້​ເຫັນ​ເຖິງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ເປັນ​ບູ​ລິ​ມະ​ສິດ​ໃນ​ວາ​ລະ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ກັນ​ແລະ​ກັນ. ມິດ​ຕະ​ພາບ​ສ່ວນ​ຕົວ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຄວາມເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ໄປມາ​ຫາ​ສູ່​ກັນ​ໃນ​ທຸກ​ລະ​ດັບ​ແລະ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ.
 

ພາຍ​ໃຕ້​ການ​ວາງ​ແຜນ​ຍຸດ​ທະ​ສາດ,ຊຸກ​ຍູ້​ໂດຍ​ກົງ​ແລະ​ເປັນ​ແບບ​ຢ່າງ​ທີ່​ດີ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີ​ນ-ຣັດ​ເຊຍ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ຂະ​ຫຍາຍ​ຕົວ​ ໃຫຍ່ຫຼວງກວ່າ​ເກົ່າ​ແລະ​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ. ນອກ​ຈາກ​ປັບ​ປຸງ​ໂຄງ​ປະ​ກອບ​ດ້ານ​ການ​ຄ້າ​ລະ​ຫວ່າງສອງ​ປະ​ເທດໃຫ້​ດີ​ຂຶ້ນ​ທັງຄຸນ​ນະ​ພາບ​ແລະ​ປະ​ລິ​ມານແລ້ວ, ໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ສຳ​ຄັນ ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ລົງ​ທຶນ,ພະ​ລັງ​ງານ,ຄົມ​ມະ​ນາ​ຄົມ,ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ບິນ​ກັບການ​ບິນ​ອະ​ວະ​ກາດ​ແລະ​ຂົງ​ເຂດ​ອື່ນໆ​ກໍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແລະ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ ຂະ​ນະ​ດຽວ​ກັນ​ຍັງ ​ມີ​ຈຸດ​​ພົ້ນ​ເດັ່ນ​ຂອງ​ການເຕີບ​ໂຕ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ,ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ແລະ​ອື່ນໆ​ອີກ.
 

 ການ​ໄປ​ມາ​ຫ​າ​ສູ່​ກັນລະ​ຫວ່າງ​​ປະ​ຊາ​ຊົນ​ສອງ​ຊາດ​ຢ່າງ​ສະ​ໜິດ​ສະ​ໜົມ​​ນັ້ນ. ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຮູ້​ດີ​​ມາ​ໂດຍ​ຕະຫຼອດ​ເຖິງ ບົດ​ບາດ​ສຳ​ຄັນ​​ຂອງ​ປະ​ຊາ​ຊົນ​ທີ່​ນິ​ຍົມ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ຊາດ, ມີ​ພຽງແຕ່​ສ້າງ​ພື້ນ​ຖານ​​ທາງ​ຈິດ​ໃຈ​ຂອງປະ​ຊາ​ຊົນ​ໃຫ້​ໝັ້ນ​ຄົງ​ເທົ່າ​ນັ້ນ ຈິ່ງ​ຈະ​ສາ​ມາດ​ກໍ່​ສ້າງ​ຕຶກ​ສູງ​ແຫ່ງ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ​ທີ່​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ. ເດືອນ​ກໍ​ລະ​ກົດ​ປີ​ຜ່ານ​ມາ, ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ໄດ້ຮ່ວມ​ກັນ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ສ​ປ​ຈີນ​ກັບ​ສະ​ຫະ​ພັນ​ຣັດ​ເຊຍ​ວ່າ​ດ້ວຍ​ການ​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ຮອບ​ດ້ານ​ຕື່ມ​ອີກ ເຊິ່ງ​ໄດ້​ເນັ້ນ​​ເປັນພິ​ເສດ​ວ່າ: ການ​ເຊື່ອ​ມ​ສານ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ແລະ​ການ​ເຊື່ອມ​ໂຍງ​ດ້ານ​ວັດ​ທະ​ນະ​ທຳ​ເປັນ​ພື້ນ​ຖານ​ຂອງ​ມິດ​ຕະ​ພາບ​​ອັນໝັ້ນ​ຄົງ​ຂະ​ໜົງ​ແກ່ນ​ລະ​ຫວ່າງ​ສອງ​ປະ​ເທດ.
 

 ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ພື້ນ​ຖານ ​ທາງ​ສັງ​ຄົມ​ແລະ​ທາງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ​ນັບ​ມື້​ນັບ​ໜັກ​ແໜ້ນກວ່າ​ເກົ່າ. ຜ່ານ​ຈາກ​ການ​ຈັດ​ກິດ​ຈະ​ກຳ​ສະ​ເພາະ​ລະ​ດັບ​ຊາດ​ເຊັ່ນ ກິດ​ຈະ​ກຳ​ປີ​​ມິດ​ຕະ​ພາບ, ປີ​ພາ​ສາຂອງ​ກັນ​ແລະ​ກັນ,ປີ​ທ່ອງ​ທ່ຽວ​,ປີ​ແລກ​ປ່ຽນ​ມິດ​ຕະ​ພາບ​ຊາວ​ໜຸ່ມ, ປີ​ແລກ​ປ່ຽນ​ສື່ມວ​ນ​ຊົນ, ປີ​ແລກ​ປ່ຽນ​​ການຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ແລະ​ອື່ນໆ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ-ຣັດ​ເຊຍ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​​ແລະ​ສະ​ໜິດ​ສະ​ໜົມ​ຍິ່ງ​ຂຶ້ນ ແລະ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ເລິກ​ເຊິ່ງ​ຍິ່ງໆ​ຂຶ້ນ.
 

 ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ເປັນ​ແບບ​ຢ່າງ​ແຫ່ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ແລະ​ລະ​ຫວ່າງ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ທີ່​ສຳ​ເລັດ​ຜົນ​ຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ຄື​ດັ່ງ​ທີ່​ທ່ານ​ວາງ​ຢີ້ ທີ່​ປຶກ​ສາແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ແລະ​ບຳ​ລຸງ​ກໍ່​ສ້າງ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຈີນ-ຣັດ​ເຊຍ, ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຈະ​ຄ່ອຍໆ​ທ້ອນ​ໂຮມ​ເຂົ້າ​ກັນ​ກາຍ​ເປັນ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ​ທີ່​ຈະ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ ແລະ​ກາຍ​ເປັນ​ພະ​ລັງ​ຂັບ​ເຄື່ອນ​ທີ່​ບໍ່​ເຫືອດ​ແຫ້ງ​ໃນ​ການຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0