李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລົງ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ 8 ເດືອນ​ທຳ​ອິດ​ຂອງ​ປີນີ້​ມີ​ຄວາມ​ໜັກ​ແໜ້ນ​ເປັນ​ຢ່າງ​ດີ

2018-09-14 16:15:24 cri

    ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໃນ​ວັນ​ທີ 13 ກັນ​ຍານີ້​ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 8 ເດືອນ​ທຳ​ອິດ​ປີນີ້, ນັກ​ລົງ​ທຶນ​ຂອງ​ຈີນ​ໄດ້​ລົງ​ທຶນໂດຍ​ກົງ​ທີ່ບໍ່​ແມ່ນ​ການ​ທະ​ນາ​ຄານ​​ຢູ່ 153 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ ​ໃນ​ມູນ​ຄ່າ 74,09 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ 7,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

    ທ່ານ ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ: ໃນ 8 ເດືອນຕົ້ນ​ປີນີ້, ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ຄວາມ​ໜັກ​ແໜ້ນ​ເປັນ​ຢ່າງ​ດີ ເຊິ່ງມີ​ຈຸດ​ພິ​ເສດ​ຕົ້ນ​ຕໍ​​ດັ່ງ​ນີ້: ກ່ອນ​ອື່ນ, ວິ​ສາ​ຫະ​ກິດ​ຈີນ​ໄດ້​ເພີ່ມ​ການ​ລົງ​ທຶນ​ຢູ່ 55 ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ມູນ​ຄ່າ 9,58 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ; ຖັດ​ມາ, ອົງ​ປະ​ກອບ​ຂອງ​ຂະ​ແໜງ​ການ​ທີ່​ລົງ​ທຶນ ກໍ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ລົງ​ທຶນ​ແບບສ່ຽງ​ຖືກ​ສະ​ກັດ​ກັ້ນ​ຢ່າງ​ບັງ​ເກີດ​ຜົນ. ນອກ​ນີ້, ຂໍ້​ມູນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ຍັງ​ແມ່ນ​ເຂດ​ຕົ້ນ​ຕໍ​ທີ່​ໄປລົງ​ທຶນ​ຢູ່​ຕ່າງ​ປະ​ເທດ ຂະ​ນະ​ທີ່ 3 ແຂວງ​ຢູ່​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ກໍ​ໄດ້​ເພີ່ມ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຢ່າງວ່ອງ​ໄວ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0