黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

FED ​ເຫັນ​ວ່າ​, ນ​ະ​ໂຍ​ບາຍ​ຂຶ້ນ​ພາ​ສີ​ເຮັດ​ໃຫ້​ຕົ້ນ​ທຶນ​ຂອງ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ສູງ​ຂຶ້ນ

2018-09-14 17:12:18 cri

ບົດ​ລາຍ​ງານ​ການສຳ​ຫຼວດ​ສະ​ຖາ​ນະ​ການ​ດ້ານ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​​ຫຼື FED ເປີດ​ເຜີຍ​ໃນ​ວັນ​ທີ 12 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ຂຶ້ນ​ພາ​ສີ​ຕໍ່​ສິ້ນ​ຄ້າ​ນຳ​ເຂົ້າ​ພວມ​ເຮັດ​ໃຫ້​ຕົ້ນ​ທຶນ​ຂອງວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ສູງ​ຂຶ້ນ, ແລະ​ພາ​ໃຫ້​ເກີດ​ມີ​ຄວາມ​ກັງ​ວົນ​ທີ່​ອາດ​ຈະ​ມີ​ຜົນລົບ​ຕໍ່​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ແລະ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ກາງ​ເດືອນ​ກໍ​ລະ​ກົດ​ຫາ​ທ້າຍ​ເດືອນ​ສິງ​ຫາ​ປີ​ນີ້, ວິ​ສາ​ຫະ​ກິດ​ຕ່າງໆ​ໃນ​ເຂດ​ຄອບ​ຄອງ​ຂອງ​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ​ສາ​ຂາ​ທ້ອງ​ຖິ່ນ​ຕ່າງໆ​ລ້ວນ​ແຕ່​ຜະ​ເຊີນ​ກັບ​ແຮງ​ກົດ​ກັນ​ດ້ານ​ຕົ້ນ​ທຶນ​ສູງ​ຂຶ້ນ, ໂດຍ​ສະ​ເພາະ​​ແມ່ນ​ຂະ​ແໜງ​ການ​ຜະ​ລິດ​ຍິ່ງ​ພົ້ນ​ເດັ່ນ​ກວ່າ​ໝູ່. ເຖິງວ່າ​ວິ​ສາ​ຫະ​ກິດຕ່າງໆ​ພວມ​​ແບ່ງ​ພາ​ລະ​ດ້ານ​ຕົ້ນ​ທຶນ​ໃຫ້​ຜູ້​ບໍ​ລິ​ໂພກ, ແຕ່​ວ່າ​ການ​ເພີ່ມ​ຂຶ້ນ​ຂອງ​ຕົ້ນ​ທຶນ​ໄວ​ກວ່າ​​ການ​ຂຶ້ນລາ​ຄາ​​ຂອງ​ສິນ​ຄ້າ​.

ບົດ​ລາຍ​ງານ​ລະ​ບຸ​ອີກວ່າ, ເຖິງວ່າ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຍັງ​ມີ​ທ່າ​ທີ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​​ເສດ​ຖະ​ກິດ​ອາ​ເມ​ຣິ​ກາໃນ​ໄລ​ຍະ​ສັ້ນ, ແຕ່​ວິ​ສາ​ຫະ​ກິດ​ສ່ວນ​ຫຼາຍ​ຮູ້​ສຶກ​ເປັນ​ຫ່ວງ​ແລະ​ບໍ່​ແນ່​ໃຈ​ຕໍ່​ສະ​ຖາ​ນະ​ການ​ການ​ຄ້າ​ທີ່​ເຄັ່ງ​ຕຶງ, ວິ​ສາ​ຫະ​ກິດ​ຈຳ​ນວນ​ໜຶ່ງ​ໄດ້​ຫຼຸດ​ຫຼື​ເລື່ອນ​ເວ​ລາ​​ແຜ​ນ​ການ​ລົງ​ທຶນ​ແລ້ວ.

ຄຳ​ເຫັນ

0