黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະນາຄານແຫ່ງປະເທດຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ແລະ ບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ ໄດ້ລົງນາມເຊັນສັນຍາການຊໍາລະສະສາງກ່ຽວກັບຫຼັກຊັບ

2018-09-14 15:13:13 cri

图片默认标题_fororder_微信图片_20180913155039

ໃນວັນທີ 12 ກັນຍາ ປີ 2018 ທ່ານ ຈື່ຢົງ ລີ ຜູ້ອຳນວຍການທະນາຄານແຫ່ງປະເທດຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ແລະ ທ່ານ ລິນ ລີ ຜູ້ອຳນວຍການ ບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ ໄດ້ລົງນາມໃນພິທີເຊັນສັນຍາການຊໍາລະສະສາງກ່ຽວກັບຫຼັກຊັບ.

ທະນາຄານແຫ່ງປະເທດຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ໄດ້ຮັບອະນຸຍາດຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບ ໃນວັນທີ 22 ສິງຫາ 2018 ໃຫ້ເປັນທະນາຄານດູແລຊັບສິນແຫ່ງທີ່ສອງ ເຊີ່ງເມື່ອກ່ອນມີພຽງທະນາຄານດຽວຄື ທະນາຄານ ກຸງເທບ ຈຳກັດ (ມະຫາຊົນ) ສາຂານະຄອນຫຼວງວຽງຈັນ, ການເຊັນສັນຍາດັ່ງກ່າວໄດ້ຮັບການສົ່ງເສີມຈາກທະນາຄານ ແຫ່ງ ປະເທດຈີນ ສຳນັກງານໃຫຍ່. ປະຈຸບັນ, ທະນາຄານແຫ່ງປະເທດຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ໄດ້ດຳເນີນທຸລະກິດດູແລກອງທຶນຮຸ້ນໃນຕ່າງປະເທດ ເຊິ່ງທະນາຄານ ແຫ່ງ ປະເທດຈີນ ໄດ້ຄວບຄຸມ 56 ປະເທດໃນພາກພື້ນ, ໄດ້ສ້າງຕັ້ງສູນກາງ ທັຣສຕີຊີບ (Trusteeship) ຢູ່ທີ່ ຮົງກົ່ງ, ນິວຢອກ, ລຸກຊຳບວກ, ສິງກະໂປ ແລະ ອື່ນໆ ເປັນທະນາຄານທີ່ມີເຄືອຂາຍເຊື່ອມໂຍງກ່ຽວກັບ ທຣັສຕີ ທີ່ມີປະສິດທິພາບຫຼາຍທີ່ສຸດແຫ່ງໜຶ່ງຂອງຈີນ.

ຫຼັງຈາກທີ່ໄດ້ມີການລົງນາມເຊັນສັນຍາບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຕະຫຼາດຫຼັກຊັບເຊິນເຈິນ ແລະ ຕະຫຼາດຫຼັກຊັບລາວ ໃນວັນທີ 12 ທັນວາ 2017 ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ ຫວັງວ່າຈະເປັນອີກບາດກ້າວໜຶ່ງທີ່ຈະດຶງດູດເງິນທຶນຈາກປະເທດຈີນເຂົ້າມາລົງທຶນໃນຕະຫຼາດຫຼັກຊັບລາວ ແລະ ການລົງນາມຄັ້ງນີ້ ໄດ້ສ້າງເງື່ອນໄຂພື້ນຖານໃນການສົ່ງເສີມບາດກ້າວຕໍ່ໄປໃນການດຶງດູດເງິນລົງທຶນຈາກ QDII ຂອງຈີນ ພ້ອມທັງ ເປັນການດຶງດູດນັກລົງທຶນຈາກຕ່າງປະເທດໃຫ້ມາລົງທຶນໃນລາວອີກດ້ວຍ.

ທ່ານ ລິນ ລີ ໄດ້ກ່າວວ່າ, ໃນອະນາຄົດ ບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ ເຊິ່ງຖືຫຸ້ນໂດຍ ບໍລິສັດຫຼັກຊັບ ປາຊິຟິກ ຈຳກັດ ໄດ້ມີແຜນຈັດສັນ ໂຄຕາ QDII ແຕ່ລະປີສຳລັບຕະຫຼາດຫຼັກຊັບລາວ ໃຫ້ສອດຄ່ອງກັບຂະໜາດທຸລະກິດຫຼັກຊັບ ຂອງຕະຫຼາດຫຼັກຊັບລາວ ເຮັດໃຫ້ສອງຕະຫຼາດທຶນ ລະຫວາງ ລາວ-ຈີນ ບັນລຸເປົ້າໝາຍ “ການເຊື່ອມໂຍງເຄືອຂ່າຍ”.

ຂ່າວຈາກ: ທະນາຄານແຫ່ງປະເທດຈີນ ສາຂານະຄອນຫຼວງວຽງຈັນ

ຄຳ​ເຫັນ

0