尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ຜູ້​ນຳ 4 ປະ​ເທດ​ທີ່ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​​ວອ​ສລະ​ດູ​ຮ້ອນ​ທີ່​ປັກ​ກິ່ງ

2018-09-19 11:48:55 cri

图片默认标题_fororder_1123449860_15372749950081n

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 18 ກັນ​ຍາ​ນີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ເຄີ​ສ​ຕີ ຄາ​ຈູ​ລຽດ ປະ​ທາ​ນາ​ທິ​ບໍ​ດີ​ແອ​ສ​ໂຕ​ນີ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​​​ວອ​ສະ​ດູ​ຮ້ອນ​ຢູ່​ຈີນ​ໂດຍ​ກ່າວວ່າ: ​ບໍ່​ວ່າປະ​ເທດ​ໃຫຍ່​ຫຼື​ນ້ອຍ,ລ້ວນ​ແຕ່​ມີ​ຈຸດ​ພົ້ນ​ເດັ່ນ​ຂອງ​ຕົນ,ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ຂອງ​ປະ​ຊາ​ຄົມ​ໂລກ,ຄວນ​​ປະ​ຖິ້ມ​ກົດ​ເກນ​ປ່າ​ໃຫຍ່​ກິນ​ປາ​ນ້ອຍ​ແລະ​ຜູ້​ຊະ​ນະ​ໄດ້​​ຮັບຜົນ​ປະ​ໂຫຍດ​ຝ່າຍ​ດຽວ.
图片默认标题_fororder_1123449854_15372748401231n

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ: ຈີນ​ລິ​ເລີ່ມ​ໃຫ້​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນມະ​ນຸດ,ກໍ່​ມີ​ຈຸດ​ຢືນ​ຢາກ​ໃຫ້​ມີ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ,ປະ​ຕິ​ບັດ​ຕໍ່​​ກັນຢ່າງ​ສະ​ເໝີ​ພາບ,ມີ​ຄວາມ​​ປອງດອງກັນ​​​ໃນ​ຄວາມຕ່າງ​ກັນ,ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.ຈີນ​ຍິນ​ດີ​ຮ່ວມ​ກັບ​ແອ​ສ​ໂຕ​ນີ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ປະ​ຕິ​ບັດ​ຕໍ່ກັນ​ຢ່າງ​ສະ​ເໝີ​ພາບ. ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເອີ​ຣົບ,ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ເອີ​ຣົບ,ປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ,ຕໍ່​ຕ້ານ​ລັດ​ທິ​ຝ່າຍ​ດຽວ,ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ.
 

​ທ່ານ ເຄີ​ສ​ຕີ ຄາ​ຈູ​​ລຽດ ກ່າວ​ວ່າ: ແອ​ສ​ໂຕ​ນີ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ທີ່​ຈີນໄດ້ປະ​ຕິ​ບັດ​ຕໍ່​ປະ​ເທດ​ຕົນ​ທີ່​ເປັນ​ປະ​ເທດ​ນ້ອຍ​ຢ່າງ​ສະ​ເໝີ​ພາບ. ປະ​ເທດ​ຕົນ​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ,​ທ່ານ​ຍ້ອງ​ຍໍ​ຊົ​ມ​ເຊີຍ​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ວຽກ​ງານ​ສາ​ກົນ,ຍິນ​ດີ​ຮ່ວມ​ກັບ​ຈີນ​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ຫຼັກ​ການ​ສາ​ກົນ​ແລະ​ລະ​ບຽບ​ການ​ສາ​ກົນ.
图片默认标题_fororder_1123449898_15372762843831n

ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ,ທ່ານ ສີ​ຈິ້ນ​ຜິງ ​ຍັງ​ໄດ້ພົບ​ປະ​ກັບ​ທ່ານ ອາ​ເລັກ​ຊັນ​ດາ ​ວູຊິກ ປະ​ທາ​ນາ​ທິ​ບໍ​ດີແຊັກ​ບີ, ທ່ານ ໄຣ​ມອນດ​ສ໌ ວິ​ໂຈ​ນິ​ສ໌ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ວີ, ທ່ານ ຕຸຍ​ເລ​ປາ ລູ​ເປ​ໂຊ​ເລຍ ໄຊ​ລີ​ລີ ມາ​ເລຍ​ລີ​ກາ​ໂອຍ ປະ​ທາ​ນາ​ທິ​ບໍ​ດີ​ຊາ​ມົວ​ອີກ​ດ້ວຍ.

图片默认标题_fororder_1123449903_15372764560611n

 

ຄຳ​ເຫັນ

0