尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ຕອບ​ທີ່​ວ່າ​ໃໝ່​ເຮັດ​ແນວ​ໃດ​ໃຫ້​ເຕັກ​ນິກ​ໃໝ່ສ້າງ​ຄວາມ​​ຜາສຸ​ກ​ໃຫ້​ແກ່ມວນ​ມະ​ນຸດ?

2018-09-20 16:55:02 cri

ເຮັດ​ແນວ​ໃດ​ເຮັດ​ໃຫ້​ເຕັກ​ນິກ​ໃໝ່​ສ້າງ​ຄວາມ​ຜາ​ສຸ​ກ​ໃຫ້​ແກ່ມວນ​ມະ​ນຸດ​ດີກວ່າ​ເກົ່າ? ກອງ​ປະ​ຊຸມ​ສາ​ກົນ​ສອງ​ຄັ້ງ​ຕ່າງ​ກັນ​ທີ່​ຈັດ​ຂຶ້ນ​ຢູ່​ຈີນ​ໃນ​ເວ​ລາ​ດຽວ​ກັນ​ໄດ້​ໃຫ້​ຄຳ​ຕອບ​​ແກ່​ “ຄຳ​ຖາມ​ຍຸກ​ສະ​ໄໝ” ດັ່ງ​ກ່າວແລ້ວ.
 

ວັນ​ທີ 17 ຫາ​ວັນ​ທີ 19 ກັນ​ຍາ​ນີ້, ກອງ​ປ​ະ​ຊຸມປັນ​ຍາ​ປະ​ດິດຫຼື  AI ​ໂລກຄັ້ງ​ທຳ​ອິດ​ຖືກ​ເອີ້ນ​ວ່າ “ງານ​ໂອ​ລິມ​ປິກ​ດ້ານ AI” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານອວຍ​ພອນ​ກອງ​ປະ​ຊຸມ​​ດັ່ງ​ກ່າວ, ນີ້​ສະ​ແດງ​ໃຫ້​ເຫັນວ່າ​ຈີນ​ຍິນ​ດີ​​ຮ່ວມ​ກັນຊຸກ​ຍູ້​ການ​ພັດ​ທະ​ນາ, ​ຮ່ວ​​ມກັນຮັກ​ສາ​ຄວາມ​ໝັ້ນ​ຄົງແລະ​​ຊົມ​ໃຊ້ໝາກ​ຜົນ​ກັບ​​ບັນ​ດາປະ​ເທດ​ໃນ​ຂົງ​ເຂດ AI. ສາມ​ຂໍ້​ຄວາມ​ຮ່ວມ​ຂ້າງ​ເທິງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຢາກ​ເຮັດ​ໃຫ້​ຕັກ​ນິກ​ສູງ​ໃໝ່​​ເພື່ອສ້າງ​ຄວາມ​ຜາ​ສຸ​ກ​ໃຫ້​ແກ່​ມວນ​ມະ​ນຸດ​​ດີກວ່າ​ເກົ່າ, ຈິດ​ສຳ​ນຶກປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ແລະ​ຊຸກ​ຍູ້​ໂລ​ກາ​ພິ​ວັດ​ຕື່ມ​ອີກ​ແມ່ນ​ຂໍ​ກະ​ແຈ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.
 

ປັດ​ຈຸ​ບັນ, ມວນ​ມະ​ນຸດ​ພວມ​ດຳ​ເນີນການ​ປະ​ຕິ​​ວັດ​ອຸດສາ​ຫະ​ກຳ​​ຄັ້ງ​ທີ 4, ນີ້​ແມ່ນ​ການ​ປະ​ຕິ​ວັດດ້ານ​ເຕັກ​ນິກ​ສູງໃໝ່​ທີ່​ສຸດ​ທີ່​ຖື AI, ພະ​ລັງ​ງານ​ທີ່​​ໝູນວຽນ​ທີ່​ສະ​ອາດ, ເຕັກ​ນິກຮຸ່ນ​ຍົນ, ເຕັກ​ນິກການ​​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ quantum, ເຕັກ​ນິກ Virtual Reality, ເຕັກ​ນິກ​ຊີ​ວະ​ພາບ​ແລະ​ອື່ນໆ​ເປັນ​ຕົ້ນ​ຕໍ. ກອງ​ປ​ະ​ຊຸມປັນ​ຍາ​ປະ​ດິດຫຼື  AI ​ໂລກ 2018, ຄົນ​ທັງ​ຫຼາຍ​ໄດ້​ສຳ​ຜັດ​ການ​ນຳ​ໃຊ້ AI ໃນ​ຂົງ​ເຂດ​​ການສຶກ​ສາ, ຮັກ​ສາສຸ​ຂະ​ພາບ​, ການ​ທະ​ນາ​ຄານ, ການ​ຂາຍ​ຍ່ອຍ, ຄົມ​ມະ​ນາ​ຄົມ, ​ການບໍ​ລິ​ການ​ແລະ​ອື່ນໆ, ທັງ​ໄດ້​ຮູ້​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ AI ຂອງ​ຈີນ. “​ປຶ້ມ​ປົກ​ຟ້າ​ການ​ພັດ​ທະ​ນາ​ຂະ​ແໜງ​ການ AI ໂລກ​ປີ 2018” ທີ່ກອງ​ປະ​ຊຸມ​ດັ່ງ​ກ່າວ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມາ​ຮອດ 6 ເດືອນ​ຕົ້ນ​ປີ​ນີ້, ຈຳ​ນວນ​ວິ​ສາ​ຫະ​ກິດ AI ຂອງ​ຈີນ​ເປັນ​ອັນ​ດັບ​ທີ 2 ຂອງ​ໂລກ.
 

ກອງ​ປະ​ຊຸມ​ສາ​ກົນ​ອີກ​ເວ​ທີ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ດຽວ​ກັນ​ຄື:ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາວອ​ສ໌​ລະ​ດູ​ຮ້ອນ​ປີ 2018 ກໍ່​ໄດ້​ສຸມ​ໃສ່​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ເຊັ່ນ​ກັນ,ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການສ້າງ​ສັງ​ຄົມ​ແບບ​​ປະ​ດິດ​ສ້າງ​ໃໝ່ຈະ​ເຮັດ​ແນວ​ໃດ. ​ໃນ​ຂະ​ນະ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສະ​ເໜີ 3 ຈຸດ​ຢືນ​ກ່ຽວ​ກັບ​ການ​ທີ່​ຈະ​ພັດ​ທະ​ນາ​ພະ​ລັງ​ແຮງໃໝ່​​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​​ໃນ​ຂະ​ບວນ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ໃໝ່ໃຫ້​ເຕີບ​ໂຕ​ເຂັ້ມ​ແຂງ​ແນວ​ໃດ​ນັ້ນ,ຄື: ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາເສດ​ຖະ​ກິດ​ໂລ​ກາ​ພິ​ວັດ,ເພີ່ມ​ທະ​ວີ​​​ແບບກວມ​ລວມ​ຂອງ​ການ​ພັດ​ທະ​ນາ,ອອ​ກ​ແຮງ​ຊຸກ​ຍູ້​ໃຫ້​​ການ​ປະ​ດິດ​ສ້າ​ງ​ໃໝ່​ແລະ​ການ​ພັດ​ທະ​ນາມີ​ຄວາມ​ເຊື່ອມ​ໂຍງ​ເຂົ້າ​ກັນ,​ຂະ​ນະ​ດຽວ​ກັນ​ກໍໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​​ທີ່​ມີ​ແຕ່​ສ້າງ​​ຈິດ​ສຳ​ນຶກ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ” ຈຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ເຕັກ​ໂນ​ໂລ​ຊີ​​​ທີ່ຈະ​ເລີນ​ໃໝ່​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສັງ​ຄົມ​ມະ​ນຸດ​ໄດ້.
 

ກອງ​ປະ​ຊຸມ​ສາ​ກົນສອງ​ເວ​ທີດັ່ງ​ກ່າວ​​ລ້ວນ​ແຕ່ໄດ້​ສຸມ​ໃສ່​ການ​ທີ່​ຈະ​ເຮັດ​ໃຫ້​ເຕັກ​ໂນ​ໂລ​ຊີ​ຈະ​ເລີນ​ໃໝ່​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ມວນ​ມະ​ນຸດ​ເປັນ​ຢ່າງ​ດີກວ່າ​ເກົ່າ​ແນວ​ໃດ,ເບິ່ງ​ຄື​​ວ່າ​ເປັນ​ເລື່ອງ​ບັງ​ເອີນ,ທີ່​ຈິງ​ແມ່ນ​ເລື່ອງ​ທີ່​ຕ້ອງ​ເກີດ​ຂຶ້ນ​ຈິງ. ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ໄດ້​ມາ​ເຖິງ​ແລ້ວ,ມັນ​ມີ​ຈຸດ​ພິ​ເສດ​ຕ່າງໆ​ຄື​ອີງ​ໃສ່​ເຄືອ​ຂ່າຍ​​ອິນ​ເຕີ​ເນັດແລະ​ເວ​ທີ,ໄດ້​​ຜ່ອນ​ຄາຍ​ເງື່ອນ​ໄຂ​ດ້ານ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ຮ່ວມ,ເຊິ່ງ​ໄດ້​ສະ​ໜອງ​ໂອ​ກາດ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ຫຼາຍກວ່າ​ເກົ່າແລະ​ສາ​ມາດ​ຮັບ​ໄດ້​ງ່າຍກວ່າ​ເກົ່າ​ໃຫ້​ແກ່​ໝົດ​ທຸກ​ຄົນ​ໃນ​ການ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​. ຂໍ​ແຕ່​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ໄປ​ໜ້າ,​ຫົວ​ຄິດ​ປະ​ດິດ​ສ້າງໃໝ່​ຂອງ​ທຸກ​ຄົນ​ກໍ່​ຈະ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃຫ້​ຫຼາຍກວ່າ​ເກົ່າ, “ຮ່ວມ​ກັນ​​ຊຸກ​ຍູ້​ການ​ພັດ​ທະ​ນາ,ຮ່ວມ​ກັນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ,ຮ່ວມ​ກັນ​ຊົມ​ໃຊ້ໝາກ​ຜົນ”,ສຳ​ຜັດ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​​ດີ​ງາມກວ່າ​ເກົ່າ​ໃນ​ກະ​ແສ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ໃໝ່.

ຄຳ​ເຫັນ

0