尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ

2018-09-20 16:45:02 cri

ວັນ​ທີ 18 ກັນ​ຍາ​ນີ້, ທ່ານ ໝ້າ​ຈ່າວ​ຊູ້ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ໃນ​ກອງ​ປະ​ຊຸມ​ເປີດ​ເຜີຍ​​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບສະ​ຖາ​ນະ​ການ​ການ​ເມືອງ​ແລະ​ມະ​ນຸດ​ສະ​ທຳ​ຂອງ​ຊີ​ຣີ​ໂດຍ​​ເນັ້ນ​ໜັກວ່າ: ຈີນ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​​ທຸກ​ຮູບ​ແບບ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ແລະ​ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ.
 

ທ່ານ ໝ້າ​ຈ່າ​ວ​ຊູ້ ກ່າວ​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ,ສະ​ຖາ​ນະ​ການ​ອິດ​ລິບ​ຂອງ​ຊີ​ຣີ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ. ຈີນ​ຊົມ​ເຊີຍ​ຕໍ່​ຖະ​ແຫຼງ​ການ​ຮ່ວມ​ທີ່​ຜູ້​ນຳ​ຣັດ​ເຊຍ,ຕວກ​ກີ​ແລະ​ອີ​ຣານ​ຮ່ວມ​ກັນ​ວາງ​ອອກ​ໃນ​ວັນ​ທີ 7 ກັນ​ຍາ​ນີ້,ແລະ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ການ​ພົບ​ປະ​​ລະ​ຫວ່າງ​ຜູ້​ນຳ​ຣັດ​ເຊຍ-ຕວກ​ກີທີ່​ຈັດ​ຂຶ້ນຢູ່​ເມືອງ​ໂຊ​ຊີ​ໃນ​ວັນ​ທີ 17 ກັນ​ຍາ​ນີ້​ພ້ອມ​ໄດ້​ເຊັນ “ບົດ​ບັນ​ທຶກ​ວ່າ​ດ້ວຍການສ້າງ​ເຂດ​ຫຼຸດ​ຜ່ອນ​ການ​ປະ​ທະ​ກັນ​ຢູ່​ອິດ​ລິບ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ”.
 

ທ່ານ ໝ້າ​ຈ່າວ​ຊູ້ ກ່າວ​ຕື່ມ​ວ່າ: ​ການ​ແກ້​ໄຂ​ບັນ​ຫາ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​ແມ່ນ​ທາງ​ອອກ​ດຽວ​ໃນ​ການ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ແບບ​ຍາວ​ນານ​ຂອງ​ຊີ​ຣີ. ປະ​ຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນໂດຍ​ຖື​ເອົາ ສ​ປ​ຊ ເປັນ​ຊ່ອງ​ທາງ​ໄກວ່​ເກ່ຍ​ຕົ້ນ​ຕໍ,ຜ່ານ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ​ແບບກວມ​ລວມ,ສະ​ແຫວງ​ຫາ​ແຜນ​ການ​ແກ້​ໄຂ​ທາງ​ການ​ເມືອງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຊີ​ຣີ​ແລະ​​ໄດ້ພິ​ຈາ​ລະ​ນາ​ເຖິງ​​ບັນ​ຫາ​ທີ່​ແຕ່​ລະ​ຝ່າຍ​ມີ​ຄວາມ​ກັງ​ວົນ​ຢ່າງ​ເໝາະ​ສົມ. ຝ່າຍ​ຕ່າງໆ​ຄວນ​ເຄົາ​ລົບ​ເນື້ອ​ໃນ​ຕົ້ນ​ຕໍ​ແລະ​ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ແລ​ະ​ຫຼັກ​ການ​​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ໂດຍ​ທົ່ວ​ໄປ​ອື່ນໆ,ເຄົາ​ລົບ​ອະ​ທິ​ປະ​ໄຕ,ເອ​ກະ​ລາດ,ເອ​ກະ​ພາບ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊີ​ຣີ​ຢ່າງ​ເຕັມ​ສ່ວນ.

ຄຳ​ເຫັນ

0