李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ພ້ອມ​ພັນ​ລະ​ຍາ​ຢ້ຽມ​ຢາມ​ສົມ​ເດັດ​ສີ​ຫາ​ໂມ​ນີ​ພ້ອມ​​ພະ​​ມານ​ດາ​ຂອງ​ກຳ​ປູ​ເຈຍ

2018-09-20 16:22:51 cri

    ຕອນ​ຄ່ຳ​ວັນ​ທີ 19 ກັນ​ຍານີ້, ກ່ອນ​ບຸນ​ໄຫວ້​ພະ​ຈັນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ທ່ານ​ນາງ ເພີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ ໄດ້​ໄປ​ຢ້ຽມ​ຢາມ​ສົມ​ເດັດ ນະ​ໂຣ​ດົມ ສີ​ຫ​າ​ໂມ​ນີ ເຈົ້າ​ຊີ​ວິດ​ລາ​ຊະ​ອ​າ​ນາ​ຈັກ​ກຳ​ປູ​ເຈຍ​ແລະພະ​​ມານ​ດາ ໂມ​ນີ​ນີດ ທີ່​ກຳ​ລັງ​ພັກ​ຜ່ອນ​ຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວຢ​ວີ​ທາຍ​ປັກ​ກິ່ງ.

    ກ່ອນ​ອື່ນ, ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມອວຍ​ພອນ​ສົມ​ເດັດ​ສີ​ຫະ​ໂມ​ນີ​ແລະ​ພະ​ມານ​ດາ​ໂມ​ນີ​​ນີດ​ຈົ່ງ​​ມີ​ຄວາມສຸກ​ໃນ​ວັນ​ບຸນ​ແລະ​ມີ​ສຸ​ຂະ​ພາບ​ແຂງ​ແຮງ. ທ່ານກ່າວ​ວ່າ, ສາຍ​ພົວ​ພັນ​ຈີນ-ກຳ​ປູ​ເຈຍ​ສະ​ໜິດ​ແໜ້ນ​ແລະ​ພິ​ເສດ ແລະ​ໄດ້​ຮັກ​ແພງ​ກັນ​ຢ່າງ​ເລິກ​ເຊິ່ງ​ໃນ​ປະ​ຫວັດ​ສາດ. ນັບ​ແຕ່​ສອງ​ປະ​ເທດ​​ສ້າງ​ຕັ້ງສາຍ​ພົວ​ພັນ​​ທາງການ​ທູດ​ຄົບ​ຮອບ 60 ປີ​ມານີ້, ມິດ​ຕະ​ພາບ​ສອງ​ປະ​ເທດ​​ຖືກ​ສ້າງ​ຕັ້ງ​ຂຶ້ນ​ແລະ​ຫຼໍ່ຫຼອມ​ຮ່ວມ​ກັນ​ຢ່າງ​ປາ​ນີດ​​ຈາກ​ຜູ້​ນຳ​ຮຸ່ນ​ອາ​ວຸ​ໂສ​ຂອງ​ຈີນ​ແລະ​ສົມ​ເດັດ​ສີ​ຫ​ກາ​ນຸ​ ​ນັ້ນ ພວມ​ນັບ​ມື້​ມີ​ຊີ​ວິດ​ຊີ​ວາຫຼາຍ​ຂຶ້ນ. ສົມ​ເດັດ​ສີ​ຫ​າ​ໂມ​ນີ​ແລະ​ພະ​ມານ​ດາ​ໂມ​ນີ​​ນີດ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ມິດ​ຕະ​ພາບ​ສອງ​ປະ​ເທດ ແລະ ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເພື່ອ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງຝ່າຍ. ຈີນ​ຖະ​ໜຸ​ຖະ​ໜອມ​ມິດ​ຕະ​ພາບ​ພິ​ເສດ​ກັບ​ພະ​ບໍ​ລົມ​ມະວົງ​ສາ​ນຸ​ວົງ​ກຳ​ປູ​ເຈຍ.

    ທ່ານ ສີ​ຈິ້ນ​ຜິງ ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ກຳ​ປູ​ເຈຍ​ທີ່​ໄດ້​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ສຳ​ເລັດຜົນ ແລະ​ໄດ້​ຈັດ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ແລະ​ລັດ​ຖະ​ບານ​ຊຸດ​ໃໝ່ ແລະ​ອວຍ​ພອນ​​ໃຫ້ກຳ​ປູ​ເຈຍ​​ຈົ່ງໄດ້​ຮັບ​ຜົນ​ງານ​ຍິ່ງ​ໃຫຍ່ກວ່າ​ເກົ່າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​ພາຍ​ໃຕ້​ບາ​ລະ​ມີ​ຂອງ​ສົມ​ເດັດ​ສີ​ຫ​າ​ໂມ​ນີ ແລະ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ລັດ​ຖະ​ບານ​ທີ່​ນຳ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ແຊນ. ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ສາຍ​ພົວ​ພັນ​ກັ​ບ​ກຳ​ປູ​ເຈຍ, ຈະ​ຮ່ວມ​ກັບ​ກຳ​ປູ​ເຈຍ ສືບ​ທອດ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ, ບຸກ​ເບີກ​​ໃຫ້ກ້າວ​ໄປ​ໜ້າ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ.

ຄຳ​ເຫັນ

0