尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ສາ​ກົນ​ພາກ​ຕາ​ເວັນ​ຕົກ​ຈີນ​ຄັ້ງ​ທີ 17

2018-09-21 11:09:54 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ສາ​ກົນ​ພາກ​ຕາ​ເວັນ​ຕົກ​ຈີນ​ຄັ້ງ​ທີ 17 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ​ໃນ​ວັນ​ທີ 20 ກັນ​ຍາ​ນີ້ ໂດຍມີ​ຫົວ​ຂໍ້​ຕົ້ນ​ຕໍ​ “ຍຸກ​ໃໝ່​ຈີນ ​ການ​ປ່ຽນ​ແປງໃໝ່​ຂອງ​ພາກ​ຕາ​ເວັນ​ຕົກ”, ອີ​ຕາ​ລີ​ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ. ແຂກ​ຜູ້​ມີ​ກຽດ​ແລະ​ນັກ​ທຸ​ລະ​ກິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ມີ​ຫຼາຍກວ່າ 6 ໝື່ນ​ຄົນ, ​ມີຄະ​ນະ​ຜູ້​ແທນ​ຈາກ 90 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ງານ,ຈຳ​ນວນ​ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ມີ​ຫຼາຍກວ່າ 6 ພັນ​ແຫ່ງ.
 

ນັບ​ແຕ່​ໄດ້​ມີງານ​ວາງ​ສະ​ແດງ​ສິນ​ຄ້າ​ສາ​ກົນ​ພາກ​ຕາ​ເວັນ​ຕົກ​ຈີນໃນ​ປີ 2000 ເປັນ​ຕົ້ນ​ມາ ໄດ້​ຈັດງານ​ຂຶ້ນ 16 ຄັ້ງ​ຢ່າງ​ສຳ​ເລັດ​ຜົນ,​ນີ້ແມ່ນ​ເວ​ທີ​ແຫ່ງ​ການ​ບໍ​ລິ​ການ​ທາງ​ການ​ທູດ,ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ຊຸກ​ຍູ້​ການ​ລົງ​ທຶນ​ທີ່​ສຳ​ຄັນ​ຂອງຈີນ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​. ປັດ​ຈຸ​ບັນ,ງານວ​າງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ປະ​ຕູທີ່​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ແລະ​ເປັນເວ​ທີ​ທີ່​ສຳ​ຄັນ​ໃຫ້​ແກ່​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຄຳ​ເຫັນ

0