吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ຊິນ​ໂຊະ ອາ​ເບະ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ພັກ​​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ​ຄັ້ງທີ 3 ຢ່າງ​ລຽນຕິດ

2018-09-21 16:46:59 cri

ວັນ​ທີ 20 ກັນຍາ​ນີ້, ການ​ເລືອກ​ຕັ້ງຫົວໜ້າພັກ​ເສ​ລີ​ປະຊາ​ທິປະ​ໄຕ​ທີ່​ເປັນ​ພັກ​ກຳ​ອຳນາດ​ຍີ່ປຸ່ນ​​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ໂຕ​ກຽວ. ທ່ານ​ຊິນ​ໂຊະ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ຮັບການ​ເລືອກ​ຕັ້ງ​ໃຫ້ດຳລົງຕຳ​ແໜ່​ງ​ເປັນ​ຫົວໜ້າພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ​ໂດຍ​​ໄດ້​ຮັບ​ຄະ​ແນນ​ສຽງ​ສູງ ​ເຊິ່ງ​ເປັນ​ຄັ້ງ​ທີ 4 ຂອງ​ທ່ານ​​ໃນ​ການ​ດຳລົງ​ຕຳ​ແໜ່​ງນີ້.

ຫຼັງ​ຈາກ​ທ່ານ​ອາ​ເບະ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນຫົວໜ້າ​ພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ​ແລ້ວ, ທ່ານ​ກ່າວ​ວ່າ: ຕົນ​ຈະ​ສຸມ​ໃສ່​ປັບປຸງ​ລັດຖະທຳ​ມະ​ນູນ ​ແລະ​ໃຫ້​ພັກ​ເສລີ​ປະຊາທິປະ​ໄຕ​ສາມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ສ້າງຄວາມ​ຈະ​​​​​ເລີນຮຸ່ງ​ເຮືອງໃຫ້​ປະຊາຊົນ​ຍີ່ປຸ່ນ.

ຄຳ​ເຫັນ

0