黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຖິງ​ແກ່​ມໍ​ລະ​ນະ​ກຳ

2018-09-21 16:38:37 cri

ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ເຈິນ​ດາຍກວາງ ປະທານ​ປະ​ເທດຫວຽດນາມໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ຍ້ອນ​ພະ​ຍາດ.

ຄະ​ນະ​ກຳ​ມະ​ການ​ຮັກ​ສາ​ສຸ​ຂະ​ພາບ​ເຈົ້າ​ໜ້າ​ທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ເປີດ​ເຜີຍ​ວ່າ, ທ່ານເຈິນ​ດາຍກວາງ ປະທານ​ປະ​ເທດຫວຽດນາມ​ໄດ້​ເຖິງ​ແກ່​​ມໍ​ລະ​ນະ​ກຳ​ຢູ່​ໂຮງ​ໝໍ​ທະ​ຫານ​ສູນ​ກາງ 108 ໃນ​ເວ​ລາ 10 ໂມງ 5 ນາ​ທີ​ວັນ​ທີ 21 ກັນ​ຍາ​ນີ້ຍ້ອນ​ພະ​ຍາດ​, ລວມອາ​ຍຸ 61 ປີ.

ທ່ານ​​ເຈິນ​ດາຍກວາງ​ເກີດ​ຢູ່​ແຂວງນິງ​ບິ່ງ​ທາງ​ພາກ​ເໜືອ​ຫວຽດ​ນາມ​ເມື່ອ​ປີ 1956, ​ທ່ານ​ໄດ້​ຮັບ​ປະ​ລິນ​ຍາ​ເອກ​ແລະ​ເປັນ​ສາ​ສະ​ດາ​ຈານ, ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຫວຽດ​ນາມ. ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 2016, ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເວ​ລາ 5 ປີ.

ຄຳ​ເຫັນ

0