黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນ​ທາງ​ສາຍ​ໄໝ​ຍຸກ​ໃໝ່​ຄື​ແສງ​ສະ​ຫວ່າງ​ນຳ​ທາງ​ໃນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ໂລກ

2018-09-21 10:26:59 cri

图片默认标题_fororder___172.100.100.3_temp_9500033_1_9500033_1_1_44362efc-5002-4e6a-a31a-34c2cebc3fa5

ຕາມ​ຂ່າວ CRI: ວັນ​ທີ 20 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສື່ມວນ​ຊົນ​ສາ​ກົນ “ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21” ຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈູ່​ໄຫແຂວງກວາງ​ຕຸ້ງ ສປ ຈີນ, ​ໂດຍສະ​ຖາ​ນີ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ແຂວງກວາງ​ຕຸ້ງ​ເປັນ​ເຈົ້າ​ພາບ​ຮ່ວມ. ນັກ​ວິ​ຊາ​ການ​ທີ່​ມີ​ຊື່​ສຽງ​ແລະ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ສື່ມວ​ນ​ຊົນ​ໄດ້​ແລກ​ປ່ຽນ​ບົດ​ຮຽນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ມາດ​ຕະ​ການ​ແລະ​ໝາກ​ຜົນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ຊື່ມວນ​ຊົນ​ແລະ​ຫົວ​ຂໍ້​ອື່ນໆ.

图片默认标题_fororder_拉法兰

ທ່ານ​ເຈນ ​ເປ​ເຣ ຮາ​ຟ​ເຣິນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ຣັ່ງ​ກ່າວ​ວ່າ: “ໃນ​ການ​ຮ່ວມ​ມືແບບ ‘​ແລວ​ເສດ​ຖະ​ກິດ​ເສັ້ນ​ທາງ​ສາຍ​ໄໝ’ແລະ ‘ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21’, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ທັງ​ໝົດ​ຮ່ວມ​ກັນ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ຮ່ວມ​ມື, ສ້າງວິ​ໄສ​ທັດ​ໃໝ່, ນີ້​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ເອີ​ຣົບ.”

图片默认标题_fororder___172.100.100.3_temp_9500033_1_9500033_1_1_7a279ca9-c546-430a-8bda-f1acf34464a4

ທ່ານໂທ​ມັ​ສ ເຈ ຊາ​ເກັນ​ດ໌ ຜູ້​ໄດ້​ຮັບ​ລາງວັນໂນ​ແບນ​ສາ​ຂາ​ເສດ​ຖະ​ສາດ, ສາ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ​ນິວ​ຢອກ​ກ່າວ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ, “ຂໍ້​ລິ​ເລີ່ມ‘ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ’ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຈີນ​ເທົ່າ​ນັ້ນ, ທັງ​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ, ຍ້ອນ​ວ່າ​ຂໍ້​ລິ​ເລີ່ມ​ນີ້​ສາ​ມາດ​ສ້າງ​ການ​ແຂ່ງ​ຂັນ​ໃໝ່, ນີ້​ຈະ​ກະ​ຕຸ້ນ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ຂອງ​ໂລກ, ທັງ​ຈະ​​ກໍ່ໃຫ້​ເກີດ​ແນວ​ຄິດ​ໃໝ່​ໃນ​ຂອບ​ທົ່ວ​ໂລກ.”

图片默认标题_fororder___172.100.100.3_temp_9500033_1_9500033_1_1_cba1c3d4-7465-4819-a017-91556b3e7424

ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຕົ້ນ​ຕໍ, ທ່ານ​ຫູ​ປ່າງ​ເຊິ້ງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທ​ະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI ກ່າວ​ວ່າ, ສື່ມວນ​ຊົນ​ຄວນ​ຄົ້ນ​ຄວ້າ​ສະ​ພາບ​ການ​ຂອງ​ປະ​ເທດ​ຄູ່​ເປົ້າ​ໝາຍ​ໃຫ້​ຫຼາຍ, ຊອກ​ຮູ້​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຊົມ, ເຄົາ​ລົບ​ນັບ​ຖື​​ຫຼັກ​ການເຜີຍ​ແຜ່​ຂ່າວ​ສາ​ກົນ, ດຳ​ເນີນ​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຂ້າມ​ຊາດ​ດ້ວຍ​ສາຍ​ຕາ​ທີ່​ເບິ່ງໄປ​ທາງ​ໜ້າ​ຢ່າງ​ຊື່​ກົງ​, ສະ​ເໝີ​ພາບ​ກັນ, ແລະ​​​ມີ​ຄວາມ​ທຸ່ນ​ທ່ຽງ, ຕັ້ງ​ໜ້າ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ, ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຕ່າງໆ, ສະ​ແຫວ​ງສິ່ງ​ທີ່​ຄື​ກັນ​ ​​ເຄົາ​ລົບ​ໃນສິ່ງ​ທີ່​ຕ່າງ​ກັນ, ເພື່​ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສື່ມວ​ນ​ຊົນ​ທີ່​ມີ​ຢູ່​ໃນ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ.

ຄຳ​ເຫັນ

0