吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ປະມຸກ​ລັດ ​ແລະ​ຫົວໜ້າ​ລັດຖະບານ 128 ທ່ານ​ຈະ​ເ​ຂົ້າຮ່ວມ​ກອງປະຊຸມ ສປຊ

2018-09-21 16:48:05 cri

ວັນ​ທີ 20 ກັນຍາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ສຳນັກງານ​ໃຫຍ່​ອົງການດັ່ງກ່າວວ່າ: ​ໃນ​ອາທິດໜ້າ​ຈະ​ມີ​ປະມຸກ​ລັດ 84 ທ່ານ ​ແລະຫົວໜ້າລັດຖະບານ 44 ທ່ານ​ເຂົ້າຮ່ວມ​ກອງ​ປະຊຸມສະມັດຊາ​ໃຫຍ່​ອົງການ​ ສປຊ ຫຼື​ວ່າ ການອະພິປາຍ​ທົ່ວ​ໄປ​ຂອງ​ກອງ​ປະຊຸຸມ​ສະມັດຊາໃຫຍ່​ອົງການ ສປຊ ຄັ້ງທີ 73.

ທ່ານ​ກ່າວ​ວ່າ: ປະມຸກ​ລັດ ​ແລະ​ຫົວໜ້າ​ລັດຖະບານ 128 ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ “ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ຕໍ່​ອົງການ​ ສປຊ”. ທ່ານ​ກ່າວ​ຕື່ມ​ວ່າ: ຈະ​​ຖື​ໂອກາດ​ນີ້​ໃຫ້​ບັນດາ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃໝ່​ຕໍ່​ອົງການ​ ສປຊ ​ເປັນ​ “​ເວ​ທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ​ທີ່​ຂາດ​ບໍ່​ໄດ້”. ຂະນະ​ດຽວ​ກັນ, ທ່ານ​ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ລັດທິ​ຫຼາຍຝ່າຍ​ທີ່​ພວມ​ຖືກ “ບຸກ​ໂຈມ​ຕີ​ຈາກ​ດ້ານ​ຕ່າງໆ”.

ຄຳ​ເຫັນ

0