吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ກຳປູ​ເຈຍ​ກຽມ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຢ່າງ​ໜ້ອຍ 3,3 ລ້ານ​ເທື່ອ​ຄົນ​ໃນ​ປີ 2020

2018-09-21 16:47:28 cri

ວັນ​ທີ 20 ກັນຍາ​ນີ້, ​ໂຄສົກ​ກະຊວງທ່ອງທ່ຽວ​ກຳປູ​ເຈຍ​ກ່າວ​ວ່າ: ປະ​ເທດ​ຕົນ​ໄດ້​ກຽມ​ພ້ອມ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຢ່າງ​ໜ້ອຍ 3,3 ລ້ານ​​ເທື່ອຄົນ​ໃນ​ປີ 2020 ​ແລະ​ໄດ້​ວາງ​ແຜນ​ຍຸດ​ທະ​ສາດກັບ​ນັກ​ທ່ອງ​ທ່ຽວຈີນ ລວມທັງ​ອອກ “ປຶ້ມ​ປົກ​ຂາວ” ຕະຫຼາດ​ຈີນ, ສະໜອງ​ວີ​ຊາ​​ເຂົ້າ​ເມືອງ​ຫຼາຍ​ຊະນິດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ ​ແລະ​ອື່ນໆ.

ທ່ານ​ກ່າວ​ຕື່ມ​ວ່າ: ​ເພື່ອ​ດຶງ​ດູດນັກ​ທ່ອງ​ທ່ຽວ​ຈີນ, ກະຊວງ​ການທ່ອງທ່ຽວ​ກຳປູ​ເຈຍ​ໄດ້ວາງ​ແຜນ​ຍຸດ​ທະ​ສາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ປີ 2016 ຫາ 2020, “ປຶ້ມ​ປົກ​ຂາວ” ທີ່​ໄດ້​ວາງ​ອອກ​ແມ່ນສອດຄ່ອງ​ກັບ “​ແຜນ​ຍຸດ​ທະ​ສາດ​ການທ່ອງທ່ຽວ​ອາ​ຊຽນ” ( 2016-2025 ) ​ແລະ​ແຜນການ​ສ້າງ​ຕັ້ງ “ສູນ​ກຳປູ​ເຈຍ-ຈີນ” ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຢ່າງ​ໜ້ອຍ 3,​3 ລ້ານ​ເທື່ອ​ຄົນ​ໃນ​ປີ 2020.

ຄຳ​ເຫັນ

0