徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ສົ່ງສານ​ໄວ້​ອາ​ໄລ​ໄປ​ຍັງທ່ານ​ຫງວຽນ ຟູ ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ກ່ຽວ​ກັບການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ເຈິ່ນ ດ້າຍ ກວາງ, ປະ​ທານ​ປະ​ເທດ​ຫວຽດ​ນາມ

2018-09-22 18:17:53 cri

ຕາມ​ຂ່າວCRI:ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ໄວ້​ອາ​ໄລ​ໄປຍັງ​ທ່ານ​ຫງວຽນ ຟູ ຈ້ອງ, ເລຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໂດຍຕາງ​ໜ້າ​ພັກ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​​ຈີນ, ແລະ​ໃນ​ນາມ​ສ່ວນ​ຕົ​ວ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ເສຍ​ໃຈ​ທີ່​ສຸດ​ຕໍ່​​ການ​ເຖິງ​ແກ່​ກຳ​ຂອງ​ທ່ານເຈິ່ນ ດ້າຍ ກວາງ​, ປະ​ທານ​ປະ​ເທດ​ຫວຽດ​ນາມ, ​ແລະສະ​ແດງ​ຄວາມຢື້​ຢາມ​ຖາມ​ຂ່າວຢ່າງ​ເລິກ​ເຊິ່ງ​ທີ່​ສຸດ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​. ເນື້ອ​ໃນ​ຂອງ​ສານ​ມີ​ດັ່ງ​ນີ້:

 

ເມື່ອໄດ້​ຮັບ​ຊາບ​ຢ່າງ​ຕົກ​ໃຈ​ວ່າ​​ສະ​ຫາຍ​ເຈິ່ນ ດ້າຍ ກວາງ, ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ​ກອມ​ມູ​ນິດ, ລັດ​ຖະ​ບານ, ປະ​ຊາ​ຊົນຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ, ສະ​ແດງ​ຄວາມ​ໄວ້​ອ​າ​ໄລ​ຢ່າງເສຍ​ໃຈ​ທີ່​ສຸດ​ຕໍ່​ທ່ານ​ແລະ​ຜ່ານ​ຈາກ​ທ່ານ​ໄປ​ຍັງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​​ຫວຽດ​ນາມ​ກ່ຽວ​ກັບ​ການ​ເຖິງ​ແກ່​ກຳ​ຂອງ​ສະ​ຫາຍ​ເຈິ່ນ​ດ້າຍກວາງ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​​ເສົ້າສະ​ຫຼົດ​ໃຈ​ທີ່​ສຸດ​ຕໍ່​ການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ເຈິ່ນ ດ້າຍ ກວາງ.

 

ສະ​ຫາຍເຈິ່ນ ດ້າຍ ກວາງ​ແມ່ນ​ຜູ້​ນຳ​ຜູ້​ດີ​ເດັ່ນ​ຂອງ​ພັກ​ແລະ​ລັດ​​ຫວຽດ​ນາມ, ໄດ້​ປະ​ກອບ​ສ່ວນ​ອັນສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ແລະ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​​ແລະ​​ເປີດ​ປະ​ຕູ​ສູ່​​ພາຍນອກ​ຂອງ​ຫວຽດ​ນາມ. ສະ​ຫາຍ​ເຈິ່ນ ດ້າຍ ກວາງ​ເປັນ​ສະ​ຫາຍ​ແລະ​ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົມຂອງ​ປະ​ຊາ​ຊົນ​ຈີນ, ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສືບ​ທອດ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຂະ​ຫຍາຍການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

 

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາ​ຍ​ໃຕ້​ການ​ນຳ​ພາ​ຢ່າງ​ເຂັ້ມ​ແຂງ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່, ພັກ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​​ຫວຽດ​ນາມ​​ຍ່ອມຈະ​ສາ​ມາດ​ຫັນ​ຄວາມ​ໂສກ​ເສົ້າໃຫ້​ກາຍ​​ເປັນ​ກຳ​ລັງ​ໃຈ​ແລະໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ພາ​ລະ​ກິດ​ສ້າງ​ສາ​​ສັງ​ຄົມ​ນິ​ຍົມ.

 

ຂ້າ​ພະ​ເຈົ້າຂໍ​​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດ​ໄປ​ຍັງ​ຄອບ​ຄົວຂອງ​ສະ​ຫາຍ​ເຈິ່ນ ດ້າຍ ກວາງ.

ຄຳ​ເຫັນ

0