徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ໂດ​ມີ​ນີ​ກັນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ

2018-09-22 18:17:16 cri

ຕາມ​ຂ່າວCRI: ວັນ​ທີ 21 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ດາ​ນີ​ໂລ ເມ​ດີ​ນາ, ປະ​ທາ​ນາ​ທິ​ບໍ​ດີ​ໂດ​ມີ​ນີ​ກັນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຫວາງ ອີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ຢູ່​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຊັງ​ໂຕ​ໂດ​ມິ​ໂກ.

 

ທ່ານ​ດາ​ນີ​ໂລ ເມ​ດີ​ນາໄດ້​ຝາກ​ຄວາມ​​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ອົບ​ອຸ່ນ​ໄປ​ຍັງ​ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໂດຍ​ຜ່ານ​ທ່ານ​ຫວາງ​ອີ້. ທ່ານ​ດາ​ນີ​ໂລ ເມ​ດີ​ນາ​ກ່າວ​ວ່າ, ໂດ​ມີ​ນີ​ກັນ​ເຄົາ​ລົບແລະ​ຍຶດ​ໝັ້ນ​ຫຼັກ​ການ​ທີ່​ມີ​ຈີນ​ດຽວ,ການ​ຂະ​ຫຍາຍການ​ພົວ​ພັນ​ກັບ​ຈີນ​ບົນ​ພື້ນ​ຖານ​ດັ່ງ​ກ່າວແມ່ນ​ທິດ​ທາງ​ທີ່​ສຳ​ຄັນ​ຂອງ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ຂອງ​ໂດ​ມີ​ນີ​ກັນ. ໂດ​ມີ​ນີ​ກັນສະ​ແດງ​ຄວາມຊົມ​ເຊີຍຕໍ່​ຈີນ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ໃຫຍ່​ຫຼວງ​​ໃນ​ການ​ພັດ​ທະ​ນາ​ຂອງ​ຕົນ, ເຊື່ອ​ວ່າ​ການ​​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ໂດ​ມີ​ນີ​ກັນ​ກັບ​ຈີນ​ຈະ​ເປີດ​ອະ​ນາ​ຄົດ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ສອງ​ຝ່າຍ​ໃນ​ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ໂດ​ມີ​ນີ​ກັນ​ຄອງ​ຄອຍ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບການ​ນຳ​ຂອງ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ການ​ຄ້າ, ເປີດກວ້າງ​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ຍິນ​ດີ​ຕ້ອນ​ຮັບ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ທີ່​ຫຼາຍກວ່າ​ເກົ່າ​ໄປ​ລົງ​ທຶນ​ຢູ່​ໂດ​ມີ​ນີ​ກັນ, ຍິນ​ດີ​ຕ້ອນ​ຮັບ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຫຼາຍກວ່າ​ເກົ່າ​ໄປ​ທ່ອງ​ທ່ຽວ​ຢູ່​ໂດ​ມີ​ນີ​ກັນ.

ທ່ານ​ຫວາງ​ອີ້​ແມ່ນ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ມີ​ກູ​ເອນ ວານ​ກາ​ສ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໂດ​ມີ​ນີ​ກັນ, ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໂດ​ມີ​ນີ​ກັນ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 21 ກັນ​ຍາ​ນີ້. ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ຫວາງ​ອີ້​ຍັງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ການ​ເປີດ​ປ້າຍ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໂດ​ມີ​ນີ​ກັນ, ​ໄດ້​ສົນ​ທະ​ນາ​ກັນ​ກັບທ່ານ​ມີ​ກູ​ເອນ ວານ​ກາ​ສ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເ​ທດແລະ​ຕ້ອນ​ຮັບ​ນັກ​ຂ່າວ​ຮ່ວມ​ກັນ.

 

ຄຳ​ເຫັນ

0