徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດການ​ລາດ​ຕະ​ເວນຮ່ວມ​​ຈີນ-ລາວ-ມຽນ​ມ້າ-ໄທ ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ ຄັ້ງ​ທີ 74

2018-09-23 14:28:43 cri

ຕອນ​ທ່ຽງ​ວັນ​ທີ 21 ກັນ​ຍາ​ນີ້, ກຳ​ປັ່ນ​ປະ​ຕິ​ບັດ​ໜ້າ​ທີ່ 2 ລຳ​ຂອງ​ຝ່າຍ​ຈີນ ທີ່​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​​ຈີນ-ລາວ-ມຽນ​ມ້າ-ໄທ ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ ຄັ້ງ​ທີ 74 ​ໄດ້​ເດີນ​ກັບ​ຢ່າງ​ສະ​ດວກ​ແລະ​ຈອດ​ຢູ່ທ່າ​ກ່ວນ​ເຫຼີຍ​ຂອງ​ຈີນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ.

 

ຕາມ​ຂ່າວ​ແຈ້ງວ່າ, ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ຂອງ 4 ປະ​ເທດ​ດັ່ງ​ກ່າວ​​ໃນ​ຄັ້ງ​ນີ້ ເລີ່ມ​ແຕ່​ວັນ​ທີ 18 ກັນ​ຍ​າ​ນີ້, ຈີນ, ລາວ, ມຽນ​ມ້າ​ແລະ​ໄທ​ໄດ້​ສົ່ງ​ກຳ​ປັ່ນ​ປະ​ຕິ​ບັດ​ໜ້າ​ທີ່ລວມ 7 ລຳ ແລະ​ພະ​ນັກ​ງານ​ປະ​ຕິ​ບັດ​ກົດ​ໝາຍ​ 166 ຄົນ​ເຂົ້າ​ຮ່ວມ, ໃຊ້​ເວ​ລາ​ 4 ມື້ 3 ຄືນ, ເດີນ​ເຮືອ 511 ກິ​ໂລ​ແມັດ.

 

ໃນ​ໄລ​ຍະລາດ​ຕະ​ເວນ​ຮ່ວມ, 4 ຝ່າຍ​ໄດ້​ຮ່ວມ​ກັນ​ດຳ​ເນີນການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ເຂດ​ນ້ຳ​ທີ່​ສຳ​ຄັນ, ເຊັ່ນ: ​ການກວດ​​ກາ​ຮ່ວມ​ຢ່າງ​ເປີດ​ເຜີຍ, ການ​ຢາມປະ​ຊາ​ຊົນ​ຮ່ວມ, ການ​ໂຄ​ສະ​ນາ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແລະ​ອື່ນໆ, ເພື່ອ​ໂຈມ​ຕີ​ອາ​ຊະ​ຍະ​ກຳ​ຕ່າງໆ​ຢູ່​ລ້ອງ​ແມ່​ນ້ຳ​ຂອງ, ເຊັ່ນ: ​ການ​ຄ້າຢາ​ເສບ​ຕິດ, ການ​ຄ້າ​ເຖື່ອນ, ການ​ລັກ​ຂ້າມ​ຊາຍ​ແດນແລະ​ອື່ນໆ, ເຊິ່ງ​ໄດ້​ເຮັດ​ໃຫ້​​ພວກ​ອາ​ຊະ​ຍະ​ກອນປະ​ເພດ​ຕ່າງໆ​​ທີ່​ເຄື່ອນ​ໄຫວ​ຢູ່​ຕາມ​ລ່ອງ​​ແມ່​ນ້ຳ​ຂອງ​ຮູ້​ສຶກ​ເກງ​ຂາມ.

 

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກອງ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ຢຸນ​ນານ​ຈີນ​ກ່າວ​ວ່າ, ນັບ​ແຕ່​ເລີ່ມ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ແມ່​ນ້ຳ​ຂອງເປັນ​ຕົ້ນ​ມາ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ 4 ປະ​ເທດ, ອາ​ຊະ​ຍະ​ກຳ​ປະ​ເພດ​ຕ່າງໆ​​ຢູ່​ລ່ອງແມ່​ນ້ຳ​ຂອງໄດ້​ຖືກ​ສະ​ກັດ​ກັ້ນ​ຢ່າງ​ບັງ​ເກີດ​ຜົນ, ​ສະ​ພາ​ບ​ຄວາມ​ສະ​ຫງົບ​ຕາມ​ລ່ອງ​​ແມ່​ນ້ຳ​ຂອງໄດ້​​ຮັບ​ການປັບ​ປຸງ​ໃຫ້​ດີ​ຂຶ້ນ​​ຢ່າງ​ບັງ​ເກີດ​ຜົນ. ການ​ຮັກ​ສາ​ຄວາມ​ປອດ​ໄພ​ຄວາມ​ໝັ້ນ​ຄົງ​ຂອງ​ລ່ອງ​ແມ່​ນ້ຳ​ຂອງ, ສ້າງ​ແມ່​ນ້ຳ​ຂອງ​ໃຫ້​ເປັນ​ແມ່​ນ້ຳ​ປອດ​ໄພແລະແມ່​ນ້ຳ​ທີ່​ມີ​ຄວາມ​ສະ​ຫງົບ​ສຸກ, ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ຕາມ​ລ່ອງ​ແມ່​ນ້ຳ​ຂອງ, ສອດ​ຄ່ອງ​ກັບ​ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ​ຕາມ​ສອງ​ຝາກ​ຝັ່ງ, ແລະ​ກໍ່​ເປັນ​ໜ້າ​ທີ່​ຮ່ວມ​ຂອງ​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ 4 ປະ​ເທດ.

 

 

ຄຳ​ເຫັນ

0