徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ຈັດ​ງານ​ລາ​ຕີສະ​ຫຼອງ​ບຸນ​ໄຫວ້​ພະ​ຈັນ

2018-09-23 16:11:53 cri

ຕາມ​ຂ່າວCRI: ວັນ​ທີ 21 ກັນ​ຍາ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ໄດ້​ຈັດ​ງານ​ລາ​ຕີ​ທີ່​ມີ​ຊື່​ວ່າ “ມີ​ຄວາມ​ຮັກ​ແພງ​ກັນ​ໃນບຸນ​ໄຫວ້​ພະ​ຈັນ” ຢູ່​ນະ​ຄອນ​ຢາງ​ກຸ້ງ, ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ໄຫວ້​ພະ​ຈັນ. ໂດຍທ່ານ​ຫົງ ລຽງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ທ່ານ​ປຽວ ມິນ ເທັນ, ເຈົ້າ​​ແຂວງ​ຢາງ​ກຸ້ງ​ມຽນ​ມາ, ບຸກ​ຄົນສຳ​ຄັນ​ຈາກ​ລັດ​ຖະ​ບານ​ແລະ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ຈີນ​ກັບ​ມຽນ​ມາ, ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ມຽນ​ມາ​ທັງ​ໝົດ 400 ກວ່າ​ຄົນ​ເຂົ້​າຮ່ວມ​.

 

     ທ່ານ​ປຽວ ​ມິນ ເທັນ, ເຈົ້າ​​ແຂວງ​ຢາ​ງ​ກຸ້ງ​ມຽນ​ມາ​ກ່າວ​ຄຳ​ປາ​ໄສວ່າ, ຈີນ​ແມ່ນ​ປະ​ເທດ​ຄູ່​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ມຽນ​ມາ, ​ທັງ​ເປັນ​ປະ​ເທດ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ​ມຽນ​ມາ, ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ມຽນ​ມາ. ມິດ​ຕະ​ພາບ​ລະ​ຫວ່າງມຽນ​ມາ​ກັບ​ຈີນຈາກ​ມິດ​ຕະ​ພາບ​​ຖ້ານ​ອ້າຍນ້ອງຍົກ​ລະ​ດັບ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ເປີດກວ້າງ​ຢ່າງ​ຕໍ່​ເນື່ອງ, ຫວັງ​ວ່າ​ໃນ​ອະ​ນາ​ຄົດ​ຈະ​ສືບ​ຕໍ່​ຈັດ​ກິດ​ຈະ​ກຳ​ຄື​ດັ່ງງານ​ລາ​ຕີ​ “ເທດ​ສະ​ການ​ບຸນ​ໄຫວ້​ພະ​ຈັນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ” ເພື່ອ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ. ມຽນ​ມາ​ກັບ​ຈີນ​ມີ​ຄວາມ​ຄ້າຍ​ຄື​ກັນ​ຫຼາຍໃນດ້ານ​ວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ, ເຊິ່ງ​ຈະ​ມີ​ຜົນ​ດີ​ໃນ​ການ​ເຮັດ​ໃຫ້​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​​ຂອງສອງ​ປະ​ເທດ​ມີຄວາມ​ສະ​ດວກ​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0