徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດຜູ້​ເສຍ​ຊີ​ວິດໃນອຸ​ບັດ​ຕິ​ເຫດ​ເຮືອ​​ຫຼົ້ມ​ຢູ່​ຕັງ​ຊາ​ນີເພີ່ມ​ຂຶ້ນ​ຮອດ 209 ຄົນ

2018-09-23 16:11:18 cri

ຕາມ​ຂ່າວcri:ວັນ​ທີ 22 ກັນ​ຍາ​ນີ້, ທ່ານ​ໄອ​ສັກ ຄາມ​ເວນ​ເວ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ໂຍ​ທາ​ທິ​ການ, ຄົມ​ມະ​ນາ​ຄົມ​ແລະ​​ການ​ສື່​ສານຕັງ​ຊາ​ນີ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ໄດ້​ຈັດ​ຂື້ນ​ຢູ່​ແຂວງ​​ມູວານ​ຊາ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜື​ຂອງ​ຕັງ​ຊາ​ນີ​ວ່າ, ​ຍອດ​ຜູ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​ເຫດ​ເຮືອ​​ຫຼົ້ມ​ທີ່​​ເກີດ​ຂຶ້ນ​ຢູ່​ແຂວງ​ມູວານ​ຊາ​ໄດ້​ເພີ່ມ​ຂຶ້ນ​ຮອດ 209 ຄົນ, ແລະ​ຍັງອາດ​ຈະ​ເພີ່ມ​ຂຶ້ນ​ອີກ.

 

ທ່ານ​ຈອນ ໂ​ປ​ມ​ເບ ມາ​ກູ​ຟູ​ລີ, ປະ​ທາ​ນາ​ທິ​ບໍ​ດີ​ຕັງ​ຊາ​ນີ​ປະ​ກາດ​ໃນ​ວັນ​ທີ 21 ກັນ​ຍາ​ນີ້​ວ່າ, ​ແຕ່​​ວັນ​ທີ 21 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ, ທົ່ວ​ປະ​ເທດຈະ​ໄວ້​ອາ​ໄລ​ຕໍ່​ຜູ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​ເຫດ​ເຮືອ​ຫຼົ້ມ​ເປັນ​ເວ​ລາ 4 ວັນ.

 

ຄຳ​ເຫັນ

0