覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ມຽນ​ມາ​ເລີ່ມ​ຮ່ວມ​ມື​ປະ​ຕິ​ສັງ​ຂອນ​ພະ​ທາດ​ບາ​ການ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​

2018-09-23 16:16:58 cri

ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ລັດ​ຖະ​ບານ​ຈີ​ນ​ຊ່ວຍ​ເຫຼືອ​ລັດ​ຖະ​ບານ​ມຽນ​ມາ​ປະ​ຕິ​ສັງ​​ຂອ​ນ​ພະ​ທາດ​ທັດ​​ບິນ​ຢູ ພະ​ທາດ​ສູງ​ສຸດ​ຂອງ​ເມືອງ​ບາ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກັນ​ຍາ​ນີ້​ຢູ່​ບາ​ການ “ເມືອງ​ແຫ່ງພະ​ທາດ” ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ມຽນ​ມາ​ໃນ​ການ​ປະ​ຕິ​ສັງ​​ຂອນ​ພະ​ທາດ​ບາ​ການ​ໄດ້​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ ທັງ​ເປັນ​ເທື່ອ​ທຳ​ອິດ​ທີ່​ສອງ​ປະ​ເທດ​ຮ່ວມ​ມື​ໃນ​ວຽກ​ງານ​ດ້ານ​ນີ້.
 

 ພະ​ທາດ​ບາ​ການ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ສຳ​ຄັນ​ຂອງ​ໂລກ, ມີ​ພະທາດ​ນ້ອຍ​ໃຫຍ່​ນັບ​ເປັນຫຼາຍ​ພັນ​ແຫ່ງ. ເດືອນ​ສິງ​ຫາ​ປີ 2016, ພະ​ທາດຫຼາຍແຫ່ງ​ເຊິ່ງ​ລວມ​ທັງ​ພະ​ທາດ​ທັດ​ບິນຢູ ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ໄພ​ແຜ່ນ​ດິນ​ໄຫວ. ຈາກ​ນັ້ນ, ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ 1 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ລັດ​ຖະ​ບານ​ມຽນ​ມາ​ໂດຍ​ທັນ​ທີ ເພື່ອ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ປະ​ຕິ​ສັງ​​ຂອນ​ພະ​ທາດ​ຢ່າງ​ຮີບ​ດ່ວນ. ເດືອນ​ພຶດ​ສະ​ພາ​ປີ 2017 ຜ່ານ​ມາ, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ສອງ​ປະ​ເທດ​ຈີນ-ມຽນ​ມາ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ປະ​ຕິ​ສັງ​​ຂອນ​ແລະ​ອະ​ນຸ​ລັກ​ຮ່ອງ​ຮອຍ​ບູ​ຮານ​ສະ​ຖານ​ບາ​ການ​ຫຼັງ​ແຜ່ນ​ດິນ​ໄຫວ.
 

ຕາມ​ສັນ​ຍາ​ທີ່​ສອງ​ປະ​ເທດ​ເຊັ່ນ​ກັນ​ໃນ​ວັນ​ທີ 22 ກັນ​ຍາ​ນີ້, ຜູ້​ຊ່ຽວ​ຊານ​ວັດ​ຖຸ​ບູ​ຮານ​ຂອງ​ຈີນ​ຈະ​ເຂົ້າ​ປະ​ຈຳ​ການ​ຢູ່​ເມືອງ​ບາ​ການ​ເພື່ອ​ຮ່ວມ​ກັບ​ຊ່ຽວ​ຊານ​ມຽນ​ມ້າ​ປະ​ຕິ​ສັງ​ຂອ​ນພະ​ທາດ​ທັດ​ບິນ​ຢູ​ຢ່າງ​ຮອບ​ດ້ານ ແລະ​ລັດ​ຖະ​ບານ​ຈີນ​ຈະ​ລົງ​ທຶນ​ປະ​ມານ 200 ລ້ານຢວນຫຼື​ປະ​ມານ 29 ລ້ານ 2 ແສນ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃນ​ວຽກ​ງານ​ປະ​ຕິ​ສັງ​ຂອນ​ຄັ້ງ​ນີ້. ທ່ານ​ຫົງ​ລຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ຢືນ​ຢັນ​ໃນ​ພິ​ທີ​ລົງ​ນາມ​ວ່າ: ​ຈີນ-ມຽນ​ມາ​ຮ່ວມ​ມື​ກັນ​ດຳ​ເນີນ​ການ​ປະ​ຕິ​ສັງ​ຂອນ​ພະ​ທາດ​ບາ​ການ​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ ແລະ​ເປັນ​ນິ​ມິດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳທາງ​ພຸດ​ທະ​ສາ​ສະ​ໜາ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ ​ພຸດ​ທະ​ສາ​ສະ​ໜາ​ຈີນ-ມຽນ​ມາ​ກໍ​ຄື​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ລະ​ຫວ່າງ​ສອງ​ປະ​ເທດ. ເຊື່ອ​ໝັ້ນ​ວ່າ ຫຼັງ​ຈາກ​ສຳ​ເລັດ​ການ​ປະ​ຕິ​ສັງ​ຂອນ​ແລ້ວ, ພະ​ທາດ​ທັດ​ບິນ​ຢູ​ຈະ​ກາຍ​ເປັນ​ສັນ​ຍາ​ລັກ​ໃໝ່​ແຫ່ງ​ມິດ​ຕະ​ພາບ​ຈີນ-ມຽນ​ມາ.
 

 ທ່ານ​ອ໋ອງ​ໂກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ສະ​ໜາ​ແລະ​ວັດ​ທະ​ນະ​ທຳ​ມຽນ​ມາ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູ​ນ​ຈາກ​ລັດ​ຖະ​ບານ​ຈີນ​, ທ່ານ​ກ່າວ​ວ່າ:  ຊ່ຽວ​ຊານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຈີນ​ທີ່​ເດີນ​ທາງ​ມາ​ມຽນ​ມາ​ເພື່ອ​ຮ່ວມມື​ກັນທັງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ສັງ​ຂອນພະ​ທາດ​ນັ້ນ​ຍືນ​ຍົງ​​ຄົງ​ຕົວ​ຢູ່​ແຜ່ນ​ດິນ​ບາ​ການ​ສືບ​ຕໍ່​ໄປ​ ທັງ​ເປັນ​ສັນ​ຍາ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມິດ​ຕະ​ພາບແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ມຽນ​ມາ-ຈີນ​ຈະ​ສືບ​ຕໍ່​ໄປ​ຢ່າງ​ຍາວ​ນານ.

ຄຳ​ເຫັນ

0