徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຕັງ​ຊານີ​ປະ​ກາດ​ໃຫ້​ທົ່ວ​ປະ​ເທດໄວ້​ອາ​ໄລ​ຕໍ່​ຜູ້​ປະ​ສົບ​ເຄາະຮ້າຍ​ໃນ​ເຫດ​ການ​ເຮືອ​ຈົມ​ເປັນ​ເວ​ລາ 4 ມື້

2018-09-23 14:28:08 cri

ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ໂຈນ ພົມ​ເບ ມາ​ກູ​ຟູ​ລີ, ປະ​ທາ​ນາ​ທິ​ບໍ​ດີ​​ຕັງ​ຊານີ​ປະ​ກາດ​ວ່າ, ນັບ​ແຕ່​ວັນ​ທີ 21 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ​, ທົ່ວ​ປະ​ເທດຕັງ​ຊາ​ນີ​ຈະ​ໄວ້​ອາ​ໄລ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ການ​ເຮືອ​​ຈົມ​ທີ່​ເກີດ​ຂຶ້ນຢູ່​ແຂວງ​ມູ​ວັນ​ຊາ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ເປັນ​ເວ​ລາ 4 ວັນ. ໂຄ​ສົກ​ລັດ​ຖະ​ບານຕັງ​ຊາ​ນີ​ກ່າວ​ວ່າ, ເຫດ​ການ​ເຮືອຈົມ​ເທື່ອ​ນີ້ ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້ 131 ຄົນ​ເສຍ​ຊີ​ວິດ.

 

ມື້​ດຽວ​ກັນ, ໃນ​ເວ​ລາ​ກ່າວ​ປາ​ໄສທາງ​ໂທ​ລະ​ພາບ​ຕໍ່​ທົ່ວ​ປະ​ເທດ, ທ່ານ​ມາ​ກູ​ຟູ​ລີ​ກ່າວ​ວ່າ, ການ​ສຳ​ຫຼວດ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ເຮືອ​ທີ່​ເກີດ​ເຫດ​ລຳ​ນັ້ນ​ໄດ້​ບັນ​ທຸກ​ເຄື່ອງແລະ​ຜູ້​ໂດຍ​ສານ​ເກີນ​ນ້ຳໜັກ, ແລະ​​ຜູ້ຈັບຫາງ​ເສືອບໍ່​ແມ່ນ​​ນາຍ​ເຮືອ. ທ່ານ​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ສຳ​ຫຼວດ​ຮອບ​ດ້ານ​ຕໍ່​ເຫດ​ການ​ເທື່ອ​ນີ້.

 

ວັນ​ທີ 21 ກັນ​ຍາ​ນີ້, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຕັງ​ຊາ​ນີ​ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​ໂຄ​ສົກ​ລັດ​ຖະ​ບານ​​ມາ​ລາຍ​ງານ​ວ່າ, ເຫດ​ການ​ເຮືອ​ຈົມ​ທີ່​ເກີດ​ຂຶ້ນ​​ຢູ່​ແຂວງ​ມູ​ວັນ​ຊາໃນ​ຕອນ​ບ່າຍ​ວັນ​ທີ 20 ກັນ​ຍາ​ນີ້ ຢ່າງ​ໜ້ອຍ​​ໄດ້​ເຮັດ​ໃຫ້ 131 ​ຄົນເສຍ​ຊີ​ວິດ.

ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດຕັງ​ຊາ​ນີ​​ຍັງແຈ້ງ​ຂ່າວ​ຕື່ມ​ວ່າ, ໃນ​ເວ​ລາ​ເກີດ​ເຫດ​ການ, ​ ອາດ​ຈະ​ມີ​ຜູ້​ໂດຍ​ສານ​ຫຼາຍກວ່າ 200 ຄົນ​ຢູ່​ເທີງ​ເຮືອ, ເຊິ່ງ​ໄດ້​ເກີນ​ຄວາມ​ສາ​ມາດ​ບັນ​ທຸກ​ຜູ້​ໂດຍ​ສານ​ຢ່າງຫຼາຍ, ແລະ​ຍັງ​ໄດ້​ບັນ​ທຸກຊີ​ມັງ​ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ອື່ນໆ. ​ແຕ່ສື່ມວນ​ຊົນ​ທ້ອງ​ຖິ່ນ​ແຈ້ງ​ຂ່າວ​ວ່າ, ຢູ່​ເ​ທິງ​ເຮືອ ໄດ້​ບັນ​ທຸກ​ຜູ້​ໂດຍ​ສານປະ​ມານ 300 ຄົນ.

 

 

ຄຳ​ເຫັນ

0