覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳຊູ​ແອັດ​ສະ​ເໜີ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ໂທ​ລະ​ພາບ​ຊູ​ແອັດ​ອອກ​ລາຍ​ການດູ​ຖູກຢຽບ​ຫຍາມ​ຈີນ

2018-09-23 17:38:49 cri

ວັນ​ທີ 22 ກັນ​ຍາ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳຊູ​ແອັດ​​ໄດ້​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ໂທ​ລະ​ພາບ​ຊູ​ແອັດ​​ທີ່​ໄດ້ອອກ​ອາ​ກາດ​ລາຍ​ການດູ​ຖູກຢຽບຫຍາມ​ຈີນໃນ​ວັນ​ທີ 21 ກັນ​ຍາ​ນີ້.
 

ໂຄ​ສົກ​ສະ​ຖານ​ທູດ​ຈີນ​​ຖະ​ແຫຼງໃນ​ມື້​ດຽວ​ກັນ ໂດຍ​ຊີ້​ອອກວ່າ, ຕອນ​ຄ່ຳ​ວັນ​ທີ 21 ກັນ​ຍາ​ນີ້, ຄໍ​ລຳ “ຂ່າວ​ຊູ​ແອັດ” ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ​ຊູ​ແອັດ​ໄດ້ອອກ​​ອາ​ກາດລາຍ​ການ​​ທີ່​ດູ​ຖູກຢຽບ​ຫຍາມ​ຈີນ​​ຢ່າງ​ຊົ່ວ​ຮ້າຍ, ເຈັ​ສ​ເພີ ໂຣນ​ດາວ, ໂຄ​ສົກ​ຈັດ​ທຳ​ລາຍ​ການ​ດັ່ງ​ກ່າວໄດ້ “​ກ່າວ​ຖ້ອຍ​ຄວາມ​ທີ່​ດູ​ຖູກຢຽບ​ຫຍາມ​ແລະ​ກ່າວ​ໂຈມ​​ຕີຈີນ​ແລະ​ປະ​ຊາ​ຊົນ​ຈີນ​ຢ່າງ​ຊົ່ວ​ຮ້າຍ​ທີ່​ສຸດ, ພວກ​ຂ້າ​ພະ​ເຈົ້າ​ກ່າວ​ປະ​ນາມຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້, ແລະ​ໄດ້​ສະ​ແດງ​ການ​ປະ​ທ້ວງ​ຢ່າງ​ແຮງ​ກ້າ​ຕໍ່​ໂທ​ລະ​ພາບ​ຊູ​ແອັດ” ແລ້ວ.
 

ໂຄ​ສົກ​ທ່ານ​ນີ້ກ່າວ​ວ່າ, ເນື້ອ​ໃນ​ຂອງ​ລາຍ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ໂທ​ລະ​ພາບ​ຊູ​ແອັດ​ແລະ​ຖ້ອຍ​ຄວາມ​ຂອງ​ໂຣນ​ດາວ “ເຜີຍ​ແຜ່, ໂຄ​ສະ​ນາ​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ແລະ​ລັດ​ທິ​ປັດ​ປ່າຍ​ຊາວ​ຕ່າງ​ດ້າວ​ຢ່າງ​ເປີດ​ແປນ, ປຸກ​ປັ່ນຄວາມ​ຄຽດ​ແຄ້ນ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ​ຕໍ່​ຈີນ​ແລະ​ເຊື້ອ​ຊາດ​ອື່ນໆ, ຍັງ​ໄດ້​ໃຊ້​ແຜນ​ທີ່​ຈີນ​ທີ່​ຂາດ​ແຂວງ​ໄຕ້​ຫວັນ​ແລະ​ເຂດ​ຈຳ​ນວນ​ໜຶ່ງ​ຂອງ​ເຂດ​ຕິ​ເບ​ດ, ເຊິ່ງ​ໄດ້​ລ່ວງ​ລ້ຳອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ. ລາຍ​ການ​ທີ່​ກ່ຽວ​ຂ້ອງ​ໄດ້​ທຳ​ລາຍ​ເສັ້ນ​ແດງ​ຂອງ​ຄຸນ​ສົມ​ບັດ​ມວນ​ມະ​ນຸດ, ເຊິ່ງ​ໄດ້​ທ້າ​ທາຍ​ມະ​ໂນ​ທຳຂອງມວນ​ມະ​ນຸດຢ່າງ​ໜັກ​ໜ່ວງ, ແລະ​ກໍ່​ໄດ້​ລະ​ເມີດ​ຈັນ​ຍາ​ບັນ​ຂອງ​ສື່ມວນ​ຊົນ​ຢ່າງ​ໜັກ​ໜ່ວງ.”
 

ໂຄ​ສົກ​ທ່ານ​ນີ້​ຍັງ​ກ່າວ​ຕື່ມ​ວ່າ, ຕໍ່​ຄຳ​ຕອບ​ຂອງ​ຜູ້​ຮັບ​ຜິດ​ຊອບ​ລາຍ​ການ​ທີ່​ກ່ຽວ​ຂ້ອງ​​ຂອງໂທ​ລະ​ພາບ​ຊູ​ແອັດ​ວ່າ ນີ້​ແມ່ນ​ລາຍ​ການ​ບັນ​ເທີງ, “ພວກ​ຂ້າ​ພະ​ເຈົ້າຮັບ​ເອົາ​ບໍ່​ໄດ້​ຢ່າງ​ແນ່ນອນ. ພວກ​ຂ້າ​ພະ​ເຈົ້າຮຽກ​ຮ້ອງ​ໃຫ້​ໂທ​ລະ​ພາບ​ຊູ​ແອັດ​ແລະ​ລາຍ​ການ​ທີ່​ກ່ຽວ​ຂ້ອງ​ຂໍ​ໂທດ​ໃນ​ທັນ​ທີ, ແລະ​ຈະສະ​ຫງວນ​ສິດ​ໃນ​ການ​ໃຊ້​ມາດ​ຕະ​ການ​ຕື່ມ​ອີກ.”

ຄຳ​ເຫັນ

0