蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ຈະ​ຈັດ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ລະ​ດັບຊາດ​ໃຫ້​ປະ​ທານ​ປະ​ເທດ​ທີ່​ເຖິງ​ແກ່​ກຳ​ຍ້ອນ​ພະ​ຍາດ

2018-09-24 17:21:19 cri

ວັນ​ທີ 23 ກັນ​ຍາ​ນີ້, ຄະ​ນະ​​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສະ​ພາ​​ແຫ່ງ​ຊາດ, ປະ​ທານ​​ປະ​ເທດ​ແລະລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ, ​ພ້ອມ​ທັງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​​ປະ​ເທດ​ຊາດໜຽດ​ນາມ​ຕົກ​ລົງ​ວ່າ ຈະ​ຮ່ວມ​ກັນ​ຈັດ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ລະ​ດັບ​ຊາດ​ໃນ​ວັນ​ທີ 26 ຫາ 27 ກັນ​ຍາ​ນີ້, ເພື່ອ​ໄວ້​ອາ​ໄລ​ທ່ານ ​ເຈິ່ນດ້າຍ​ກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ​ທີ່​ໄດ້​ເຖິງ​ແກ່​ກຳ​ຍ້ອນ​ພະ​ຍາດ​ໃນ​ວັນ​ທີ 21 ກັນ​ຍາ​ນີ້.

ໃນ​ໄລ​ຍະ​ຈັດ​ພິ​ທີ​ຊາ​ປະ​ນະ​ກິດ​ສົບລະ​ດັບ​ຊາດ, ອົງ​ການ​ພັກ ລັດ ຂັ້ນ​ຕ່າງໆ​ ແລະ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຫວຽດ​ນາມ​​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ, ຢຸດ​​ຕິ​ການ​ບັນ​ເທີງ​ທຸກ​ປະ​ເພດ. ຕອນ​ບ່າຍ​ວັນ​ທີ 21 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ທີ່​ກຳ​ລັງ​ຈັດ​ຂຶ້ນ​ໄດ້​ສະ​ແດງ​ຄວາມໄວ້​ອາ​ໄລ 1 ນາ​ທີຕໍ່​ທ່ານ​ເຈິ່ນດ້າຍກວາງ.

ຄຳ​ເຫັນ

0