蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໜັງ​ສືປົກ​ຂາວ: ການ​ກະ​ທຳ​ທີ່ບໍ່​ເໝາະ​ສົມ​ຂອງລັດ​ຖະ​ບານ​ອາ​ເມ​ລິ​ກາໄດ້​ທຳ​ລາຍ​ລະ​ບຽບ​ການ​ເສດ​ຖະ​ກິດ​ສາ​ກົນ

2018-09-24 17:14:38 cri

     ໜັງ​ສື​ປົກ​ຂາວ​ທີ່​ມີ​ຫົວ​ເລື່ອງວ່າ“ເລື່ອງ​ຈິງ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ ແລະ​ຫຼັກ​ໝັ້ນ​ຂອງ​ຈີນ”ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ປະ​ກາດ​ໃນ​ວັນ​ທີ 24 ກັນ​ຍານີ້​ຊີ້​ອອກວ່າ: ມາດ​ຕະ​ການ​ປົກ​ປ້ອງ​ການ​ຄ້າຢ່າງ​ຫົວ​ຮຸນ​ແຮງທີ່​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ໃຊ້​ນັ້ນ, ໄດ້​ທຳ​ລາຍ​ລະ​ບຽບ​ການ​ເສດ​ຖະ​ກິດ​ສາ​ກົນ, ໄດ້​ທຳ​ລາຍ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ໂລກ ​ເຊິ່ງ​ລວມ​ທັງການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ. ໃນ​ສະ​ໄໝ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ໂດຍ​ສະ​ເພາະ​ຢູ່ລະ​ຫວ່າງ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ ມີ​ການ​ພົວ​ພັນ​ທີ່​ຍິ່ງແໜ້ນ​ແຟ້ນ. ລັດ​ຖະ​ບານ​ອາ​ເມ​ລິ​ກາ​ສ້າງ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ແຕ່​ຝ່າຍ​ດຽວ, ບໍ່​ພຽງ​ແຕ່​ຈະ​ກະ​ທົບ​ເຖິງ​ເສດ​ຖະ​ກິດ​ຂອ​ງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ເທົ່າ​ນັ້ນ, ຍັງ​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ.

ຄຳ​ເຫັນ

0