黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປື້ມປົກຂາວສະບັບນີ້ ໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບຄວາມຂັດແຍ້ງດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ

2018-09-24 21:15:14 cri

ວັນທີ 24 ກັນຍານີ້ ແມ່ນວັນບຸນໄຫວ້ພະຈັນທີ່ເປັນບຸນປະເພນີຂອງຈຮນ ໃນມື້ດຽວກັນນີ້ ຈີນໄດ້ປະກາດປື້ມປົກຂາວທີ່ ມີຫົວເລື້ອງວ່າ: ເລື້ອງຄວາມເປັນຈິງກ່ຽວກັບຄວາມຂັດແຍ້ງກັນດ້າຈເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ ແລະຫລັກຫມັ້ນຂອງຈີນ ໄດ້ວິເຄາະທາດແທ້ຂອງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາທີ່ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໃຫ້ຄວາມກະຈ່າງແຈ້ງຕໍ່ການກ່າວຫາຈີນທີ່ບໍ່ຖືກກັບເລື້ອງຈິງຂອງອາເມລິກາໃນບົດລາຍ ງານສຳຫລວດ 301 ແລະໄດ້ບັນຍາຍນະໂຍບາຍແລະຫລັກຫມັ້ນຂອງຈີນຕໍ່ຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າ ລະຫວ່າງສອງຝ່າຍ.
  
ປື້ມປົກຂາວສະບັບນີ້ມີທັງຫມົດ 36 ພັນໂຕຫນງສືຈີນ, ໄດ້ນຳເອົາຂໍ້ມູນຕົວເລກ, ຕົວຢ່າງ, ຕາລາງເປັນຈຳນວນ ຫລວງຫລາຍ ເຊິ່ງໃນນັ້ນ ສາວນຫລາຍແມ່ນມາຈາກພາກສາວນລັດຖະບານ ບໍລິສັດຂ້າມຊາດ ບົດຄົ້ນຄວ້າຂອງອົງ ການຄົ້ນຄວ້າແລະວິຊາການທີ່ມີຊື່ສຽງໃນທົ່ວໂລກ ຖືວ່າມີຫລັກຖານຢ່າພຽງພໍທີ່ສຸດ. ຈາກປື້ມປົກຂາວສະບັບນີ້ ຈະເຮັດໃຫ້ຄົນທັງຫລາຍໄດ້ເຫັນຄວາມໃຫ້ສຳຄັນຂອງຈີນທີ່ມີຕໍ່ຄວາມຂັດແຍ້ງດ້ານເສດຖະກິດການຄ້າແລະທ່າທີຂອງຈີນທີ່ເຮັດແທ້ທຳຈິງ, ກໍ່ຄືຄວາມພະຍາຍາມຢ່າງບໍ່ລົດລະຂອງຈີນເພື່ອປົກປັກຮັກສາຜົນປະໂຫຍດຮ່ວມກັນລະຫວ່າງ ຈີນ-ອາເມລິກາ ແລະລະບຽບການຄ້າທົ່ວໂລກ.
  
ປື້ມປົກຂາວສະບັບນີ້ປະກອບດ້ວຍຄຳນຳ ແລະເນື້ອໃນທາງການ 6 ພາກສ່ວນ ອັນໄດ້ບັນຍາຍຂໍ້ມູນສາມດ້ານຄືດັ່ງນີ້:

 ກ່ອນອື່ນ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ເລື້ອງຄວາມເປັນຈິງຂອງການພົວພັນດ້ານເສດຖະກິດການຄ້າຈີນ-ອາມເລິກາ, ວິເຄາະການກະທຳຂອງອາເມລິກາທີ່ເປັນລັດທິປົກປ້ອງການກຄ້າແລະລັດທິເຈົ້າອຳນາດກໍ່ຄືຜົນຮ້າຍທີ່ຈະເກີດຂຶ້ນ.

ອາເມລິກາກໍ່ການຂັດແຍ້ງກັບຈີນດ້ານການຄ້າ, ຂໍ້ອ້າງທີ່ສຳຄັນອັນໜຶ່ງກໍ່ຄື ໃນການຮ່ວມມືດ້ານການເສດຖະກິດການ ຄ້າລະຫວ່າງຈີນ-ອາເມລິກາ, ຈີນໄດ້ປຽບ ແຕ່ອາເມລິກາເສຍປຽບ, ສະນັ້ນຕ້ອງການຄວາມຍຸດຕິທຳໃນການຄ້າ ແລະເປີດປະຕູເຊິ່ງກັນແລະກັນຢ່າງສະເໝີພາບກັນ. ເຊິ່ງຂໍ້ອ້າງນີ້ແມ່ນງ່າຍທີ່ຈະເຮັດໃຫ້ຄົນອື່ນເຂົ້າໃຈຜິດ, ສະນັ້ນ ປື້ມປົກຂາວນັ່ງກ່າວໄດ້ເລີ່ມຈາກການຄ້າສິນຄ້າລະຫວ່າງຈີນ-ອາເມລິກາ, ການຄ້າການບໍລິການ, ການລົງທຶນ ແລະ ດ້ານອື່ນໆມາຢືນຢັນວ່າ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອມເລິກາແມ່ນການພົວພັນທີ່ໄດ້ຜົນ ປະໂຫຍດທັງສອງຝ່າຍ, ຫາກບໍ່ແມ່ນການແຂ່ງຂັນທີ່ຝ່າຍໜຶ່ງໄດ້ປຽບໂດຍເຮັດໃຫ້ອີກຝ່າຍໜຶ່ງເສຍປຽບ, ສະນັ້ນຄຳວ່າ ອາເມລິກາເສຍປຽບແມ່ນບໍ່ມີຫຼັກອ້າງອີງ. ພ້ອມກັນນັ້ນ, ປື້ມປົກຂາວໄດ້ໃຫ້ຄວາມກະຈ່າງແຈ້ງ ແລະຕອບໂຕ້ຢ່າງ ມີຫລັກຖານກ່ຽວກັບການກ່າວຫາຕໍ່ຈີນຂອງອາເມລິກາໃນບົດລາຍງານສຳຫຼວດ 301 ກ່ຽວກັບຫົວຂໍ້ວ່າ: ການຄ້າສອງ ຝ່າຍບໍ່ສະເໝີກັນ, ການູຄ້າບໍ່ຍຸດຕິທຳ, ການໂອນເຕັກນິກແບບບັງຄັບ, ການລັກເອົາສິດຊັບສິນທາງປັນຍາ, ລັດຖະບານ ສົ່ງເສີມວິສາຫະກິດໄປລົງທຶນຢູ່ຕ່າງປະເທດເພື່ອຮັບເອົາເຕັກນິກກ້າວໜ້າ, ນະໂຍບາຍເກື້ອກູນແລະການກ້າວຫາທີ່ບໍ່ ຖືກກັບຄວາມຈິງອື່ນໆ.

ປື້ມປົກຂາວສະບັບນີ້ຊີ້ອອກວ່າ, ຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງອົງການການຄ້າໂລກໄດ້ພິຈາລະຂາເຖິງ ຄວາມແຕກໂຕນກັນຂອງການພັດທະນາຂອງປະເທດຕ່າງໆ ຖືເປັນຄວາມຍຸດຕິທຳສາກົນທີ່ແທ້ຈິງ. ແຕ່ຄຳວ່າ ການຄ້າ ຍຸດຕິທຳແລະການເປີດປະຕູຢ່າງສະເໝີພາບກັນທີ່ອາເມລິກາຍຶດຖືນັ້ນໄດ້ປະຕິເສດຄວາມແຕກໂຕນກັນຂອງການພັດທະນາທີ່ຕ່າງກັນ, ຊັບພະຍາກອນທີ່ຕ່າງກັນແລະທ່າແຮງທີ່ຕ່າງກັນຂອງປະເທດຕ່າງ, ໄດ້ປະໝາດສິດການພັດທະນາ ຂອງບັນດາປະເທດທີ່ພວມພັດທອະ, ຍ່ອມຈະເຮັດໃຫ້ບັນດາປະເທດທີ່ພວມພັດທະນາຖືກກະທົບດ້ານເສດ ຖະກິດແລະອຸດສາຫະກຳ, ເຮັດໃຫ້ກາຍເປັນຄວາມບໍ່ຍຸດຕິທຳທີ່ໜັກໜ່ວງ.

ອັນທີສອງ, ປື້ມປົກຂາວໄດ້ບັນຍາຍຫຼັກໝັ້ນຂອງຈີນກ່ຽວກັບບັນຫາເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ ກໍ່ຄື ຄວາມເຫັນກ່ຽວກັບການພົວພັນສາກົນ.

ໃນໄລຍະເຄິ່ງປີທີ່ອາເມລິກາກໍ່ຄວາມຂັດແຍ້ງກັນດ້ານການຄ້າກັບຈີນ, ຫຼັກໝັ້ນຂອງຈີນແມ່ນຈະແຈ້ງ, ໜັກແໜ້ນຕະ ຫຼອດມາ ເຊິ່ງປື້ມປົກຂາວໄດ້ບັນຍາຍຢ່າງຮອບດ້ານຈາກ 8 ດ້ານ ຄື: ຈີນຍ້ດໝັ້ນປົກປັກຮັກສາກຽດສັກສີແຫ່ງຊາດ ແລະຜົນປະໂຫຍດໃຈກາງຂອງຕົນເອງ, ຍຶດໝັ້ນຊຸກຍູ້ການພົວພັນເສດຖະກິດການຄ້າຈີນ-ອາມເລິກາຂະຫຍາຍຕົວ ຢ່າງປອດໃສ, ຍຶດໝັ້ນປົກປັກຮັກສາແລະຊຸກຍກູ້ການປະຕິຮູບແລະປັບປຸງລະບຽບການຄ້າຫຼາຍຝ່າຍໃຫ້ສົມບູນຂຶ້ນ, ຍຶດໝັ້ນປົກປ້ອງລິຂະສິດແລະສິດຊັບສິນທາງປັນຍາ, ຍຶດໝັ້ນປົກປ້ອງສິດທິຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງ ນັກທຸລະກິດຕ່າງປະເທດທີ່ເຮັດທຸລະກິດຢູ່ຈີນ, ຍຶດໝັ້ນລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກ, ຍຶດໝັ້ນ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດບັນດາປະເທດທີ່ໄດ້ພັດທະນາແລ້ວ ແລະພວມພັດທະນາ, ຍຶ້ດໝັ້ນຊຸກຍູ້ການສ້າງເປັນຄູ່ຮ່ວມຊາຕາກຳຂອງທົ່ວມວນມະນຸດ. ສະນັ້ນອາດເຫັນໄດ້ວ່າ, ນະໂຍບາຍແລະຫຼັກ ໝັ້ນທີ່ໜັກແໜ້ນຂອງຈີນໃນ 8 ດ້ານດັ່ງກ່າວ, ບໍ່ພຽງແຕ່ສຸມໃສ່ບັນຫາເສດຖະກິດການຄ້າຈີນ-ອາເມລິກາ, ແລະກໍ່ໄດ້ ພິຈາລະນາເຖິງການເຮັດໃຫ້ການພົວພັນສາກົນພັດທະນາຢ່າງປອດໃສ, ທັງໄດ້ສະແດງໃຫ້ເຫັນເຖິງພັນທະແລະການ ຮັບຜິດຊອບດ້ານສິນທຳຂອງຈີນ.

ອັນທີສາມ, ໄດ້ສະເໜີກ່ຽວກັບທິດທາງການແກ້ໄຂບັນຫາຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລາຢ່າງສຳມເຫດສົມຜົນກອອກມາ.

ປື້ມປົກຂາວເຫັນວ່າ, ຈີນແລະອາເມລິກມີຂັ້ນຕອນການພັດທະນາເສດຖະກິດແລະລະບຽບການເສດຖະກິດທີ່ຕ່າງກັນ, ສະນັ້ນການເກີດຄວາມຂັດແຍ້ງກັນແມ່ນເລື່ອງປົກກະຕິ, ສຳຄັນແມ່ນເຮັດແນວໃດຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືກັນ, ແລະຄຸ້ມຄອງຄວາມຂັດແຍ້ງກັນ.

ປັດຈຸບັນ, ລັດຖະບານອາເມລິກາໄດ້ຍົກລະດັບສົງຄາມການຄ້າໃຫ້ສູງຂຶ້ນແຕ່ຝ່າຍດຽວ ເຮັດໃຫ້ສອງຝ່າຍຈະຖືກ ກະທົບຢ່າງໜັກຈາກການເພີ່ມພາສີແກ່ກັນ, ແລະກໍ່ຈະເຮັດໃຫ້ຕ່ອງໂສ້ການຜະລິດ ແລະການຝື້ນຟູເສດຖກິດຂອງທົ່ວ ໂລກປະສົບກັບແຮງກົດດັນຢ່າງສູງ. ປື້ມປົກຂາວຊີ້ອອກວ່າ, ການພົວພັນເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ ກ່ຽວພັນເຖິງຄວາມໝັ້ນຄົງແລະສະຖຽນລະພາບຂອງເສດຖະກິດທົ່ວໂລກ, ກ່ຽວພັນເຖິງສັນຕິພາບແລະການ ພັດທະນາຂອງທົ່ວໂລກ, ຄວນແກ້ໄຂໃຫ້ຕົກຢ່າງເໝາະສົມ. ຈີນຍິນດີຮ່ວມກັບອາເມລິກາ, ຕັ້ງໜ້າສ້າງລະບຽບ ການໃໝ່ດ້ານເສດຖະກິດການຄ້າຈີນ-ອາມເລິກາທີ່ກ້ຳເກິ່ງກັນ, ມີຄວາມໂອບອ້ອມອາລີແກ່ກັນແລະໄດ້ຮັບຜົນປະ ໂຫຍດຮ່ວມກັນ. ພ້ອມກັນນັ້ນ ປື້ມປົກຂາວກ່າວເນັ້ນວ່າ ຈີນເປີດປະຕູການເຈລະຈາມາໂດຍຕະຫຼອດ, ແຕ່ການເຈລະຈາ ຕ້ອງດຳເນີນໄປພາຍໃຕ້ກາງເຄົາລົບເຊິ່ງກັນແລະກັນ, ສະເໝີພາບກັນ, ມີຄວາມສັດຊື່ກັນແລະການກະທຳ ແລະວາຈາ ເປັນເອກະພາບກັນ, ບໍ່ຄວນດຳເນີນໄປພາຍໃຕ້ການຂົ່ມຄູ່ດ້ວຍການເພີ່ມພາສີ, ບໍ່ຄວນເສຍຫາຍສິດການພັດທະນາ ຂອງຈີນ, ຫຼັກການເຫຼົ່ານີ້ຖືເປັນເສັ້ນທາງທີ່ຖືກຕ້ອງໃນການແກ້ໄຂຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າຈີນ-ອາມເລິກາ.

ສົງຄາມການຄ້າບໍ່ມີຝ່າຍໃດຈະໄດ້ຊະນະ. ຢາກຈະແກ້ໄຂບັນຫາຢ່າງຖືກຕ້ອງ, ກໍ່ຕ້ອງຮັກສາຄວາມໃຈເຢັນ, ອ່ານປື້ມປົກຂາວສະບັບນີ້ໃຫ້ລະອຽດ, ຮັບຮູ້ການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດດ້ານເສດຖະກິດການຄ້າ ລະຫວ່າງຈີນ-ອາເມລິກາຢ່າງນອກຕົວ ຮອບດ້ານແລະມີສະຕິ, ພິຈາລະຂາຈາກຄວາມສຸກຂອງປະຊາຊົນ, ແລ້ວກັບຄືນສູ່ໂຄຈອນທີ່ຖືກຕ້ອງແຫ່ງການແກ້ໄຂຄວາມຂັດແຍ້ງກັນ.
  

 

 

ຄຳ​ເຫັນ

0