蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະສິນລະ​ປິນ​ນານ​ຟ່າງ​ແຂວງກວາງ​ຕຸ້ງຈີນ​ສົ່ງ​ຄວາມອວຍ​ພອນ​ບຸ​ນ​ໄຫວ້​ພະ​ຈັນ​ໃຫ້​ປະ​ຊາ​ຊົນ​ໄທ

2018-09-24 17:22:53 cri

ວັນ​ທີ 22 ແລະ​ວັນ​ທີ 23 ກັນ​ຍາ​ນີ້, ຄະ​ນະສິນລະ​ປິນ​ນານ​ຟ່າງ​ແຂວງກວາງ​ຕຸ້ງ​ຈີນໄດ້ຈັດ​ການ​​ສະ​ແດງ​​ສິນ​ລະ​ປະ​​ທີ່​ໜ້າ​ສົນ​ໃຈ​ ຢ່າງ​ລຽນ​ຕິດ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ນະ​ຄອນ​ຫຼວງ​ບາງກອກ​ໄທ ​ໂດຍມີ​ຫົວ​ຂໍ້​ວ່າ “ພະ​ຈັນ​ເຕັມ​ດວງຢູ່​ທຸກ​ແຫ່ງ​ຫົນ: ​ສະ​ແດງວັດ​ທະ​ນະ​ທຳ​ດີ​ເລີດກວາງ​ຕຸ້ງ​ເດີນຕາມ​ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ”, ເພື່ອ​ສົ່ງ​ຄວາມອວຍ​ພອນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ຜູ້​ຊົມ​ໄທ, ແລະໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ການ​ສະ​ແດງ​ເທື່ອ​ນີ້​ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆ​ໃນ​ໄລ​ຍະ​ບຸນ​ໄຫວ້​ພະ​ຈັນ “ທຸກ​ແຫ່ງ​ຫົນ​ຊົມ​ພະ​ຈັນ​ດວງ​ດຽວ​ກັນ” ທີ່​ຈັດ​ຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ຂອງໂລກ​ເປັນ​ປະ​ຈຳ, ເຊິ່ງ​ມີ​ສູນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ບາງກອກ, ​ພາກ​ສ່ວນ​ວັດ​ທະ​ນະ​ທຳ​ແຂວງກວາງ​ຕຸ້ງ​ຈີນ​ເປັນ​ເຈົ້າ​ພາບຮ່ວມ. ທ່ານ​ນາງ ລານ​ຊູ້​ຮົງ, ທີ່​ປຶກ​ສາ​ວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ, ຫົວ​ໜ້າ​ສູນ​ວັດ​ທະ​ນະ​ທຳ​ຈີນ​​ທີ່ບາງກອກ ພ້ອມ​ທັງ​ແຂກ​ຜູ້​ມີ​ກຽດ​ຈີນ-​ໄທຈຳ​ນວນ 800 ກວ່າ​ທ່ານ​ໄດ້​ຊົມ​ການ​ສະ​ແດງ​ດັ່ງ​ກ່າວ.

ຄຳ​ເຫັນ

0