黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໃຫ້​ສຳ​ພາດ​ກ່ຽວ​ກັບ​ສະ​ຖ​າ​ນີ​ໂທ​ລະ​ພາບຊູ​ແອັດ​​ດູ​ຖູກ​ຢຽບ​ຫຍາມ​ປະ​ເທດ​ຈີນ

2018-09-25 10:51:15 cri

ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ສ​ະ​ຖາ​ນີ​ໂທ​ລະ​ພາບ​ຊູ​ແອັດ​ອອກອ​າ​ກາດ​ໃນລາຍ​ການ​ໜຶ່ງ​ທີ່​ໃຊ້​ຄຳ​ເວົ້າ​ດູ​ຖູກ​ຢຽບ​ຫຍາມ​ປະ​ເທດ​ຈີນ​ໃນ​ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້, ຮຽກ​ຮ້ອງ​ໃຫ້​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຊູ​ແອັດ​ໃຊ້​ມາດ​ຕະ​ການ​ໃນ​ທັນ​ທີ​ເພື່ອ​ແກ້​ໄຂ​ຜົນ​ສະທ້ອນ​ທາງ​ລົບ.

ທ່ານ​ເກິງ​​ສວງ ກ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 21 ກັນ​ຍາ​ນີ້, ສະ​ຖາ​ນີ​ໂທ​ລະ​ພາບ​ຊູ​ແອັດ​ໄດ້​ອອກ​ອາ​ກາດ​​ໃນລາຍ​ການ​ໜຶ່ງ​ທີ່​ໃຊ້​ຄຳ​ເວົ້າ​ດູ​ຖູກ​ຢຽບ​ຫຍາມ​ປະ​ເທດ​ຈີນ​ໃນ​​ລາຍ​ການ “ຂ່າວ​ຊູ​ແອັດ”, ໄດ້​ດູ​ຖູກ​ຢຽບ​ຫຍາມ​ແລະ​ໂຈມ​ຕີ​ຄົນ​ຈີນ​ແລະ​ປະ​ເທດ​ຈີນ. ​ຄຳ​ຂອງ​ຜູ້​ດຳ​ເນີນ​ລາຍ​ການ​ທີ່​ເຕັ້ມ​ໄປ​ດ້ວຍ​​ການ​ດູ​ໝິ່ນ, ອະ​ຄະ​ຕິ​ແລະ​​ທ້າ​ທາຍ​ຈີນ​ແລະ​ເຜົ່າ​ພັນ​ເຊື້ອ​ຊາດ​ອື່ນ, ໄດ້​ລະ​ເມີດ​ຈັນ​ຍາ​ບັນ​ຜູ້​ດຳ​ເນີນ​ລາຍ​ການ​ທັງ​ໝົດ.

ທ່ານ​ເກິງ​ສວງ​ກ່າວ​ວ່າ, “ຈີນ​ກ່າວ​ປະ​ນາມ​ຢ່າ​ງ​​ເຄັ່ງ​ຂຶມ​ຕໍ່​ເລື່ອງ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຊູ​ແອັດ​ໄດ້​ປະ​ທ້ວງແລະ​ຄັດ​ຄ້າ​ນ​ຢ່າງ​ຮຸນ​ແຮງ​ຕໍ່​ຊູ​ແອັດຢູ່​ທັງ​ປັກ​ກິ່ງ​ແລະ​ສະ​ໂຕກ​ໂ​ຮມ. ຈີນ​ຮຽກ​ຮ້ອງ​ໃຫ້​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ​ຊູ​ແອັດ​ໃຊ້​ມາດ​ຕະ​ການ​ທັນ​ທີ​ເພື່ອ​​ແກ້​ໄຂ​ຜົນ​ສະ​ທ້ອນ​​ທາງ​ລົບ, ​ພວກ​ເຮົງ​ຍັງ​ສະ​ຫງວນ​ທ່າ​ທີ່​ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ແກ້​ໄຂ​ກ່ຽວ​ກັບ​ເລື່ອງ​ນີ້.”

ຄຳ​ເຫັນ

0