蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ວິ​ສາ​ມັນ​ປະ​ເທດ​ສະ​ມາ​ຊິກ CICA

2018-09-25 14:41:22 CRI

ວັນ​ທີ 24 ກັ​ນ​ຍາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ວິ​ສາ​ມັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກກອງ​ປະ​ຊຸ​ມ​ປະ​ສານ​ງານ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອາ​ຊີ ຫຼື CICA ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນິວຢອກ ເຊິ່ງ​ມີ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ ຫຼື​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ CICA ເຂົ້າ​ຮ່ວມ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ນັ​ບ​ແຕ່​ຈີນ​ເປັນ​ປະ​ເທດ​ປະ​ທານ CICA ໃນ​ເດືອນ​ກັນ​ຍາ​ປີ 2014 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຊຸກ​ຍູ້​ຂະ​ບວນ​ການ CICA ​ໃຫ້ມີ​ຄວາມ​ຄືບ​ໜ້າ​ຕ່າງໆ . ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ, ການ​ຮ່ວມ​ມືພາຍ​ໃຕ້​ຂອບ CICA  ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ທີ່​ມີລັກ​ສະ​ນະ​ສ້າງ​ສັນ​ສຳ​ຄັນໃນ​ການ​ຊຸກ​ຍູ້​ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ທ່ານ​ວາງ​ຢີ້​ກ່າວ​ເນັ້ນ​ວ່າ, ໃນ​ຖາ​ນະ​ເປັນ​ຜູ້​ລິ​ເລີ່ມ, ຜູ້​ເຂົ້າ​ຮ່ວມ ແລະ ຜູ້​ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີ, ຈີນ​ຮຽ​ກ​ຮ້ອງ​ໃຫ້​ທຸກ​ປະ​ເທດ​ສະ​ມາ​ຊິກ​ຮ່ວມ​ກັນ​ຊຸກ​ຍູ້​ຂະ​ບວນ​ການ CICA. ບັນ​ດາ​ຝ່າຍ​ຄວນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ເສີມ​ສ້າງ​ໂຄງ​ຮ່າງ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ທີ່​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ອາ​ຊີ, ຄົ້ນ​ຄວ້າ ແລະ ຊຸກ​ຍູ້​ໃຫ້ CICA ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ. ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມື​ສ້າງມາດ​ຕະ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ທຸກ​ຂົງ​ເຂດ ເພື່ອ​ຮັບ​ປະ​ກັນ​ໃຫ້​ກົນ​ໄກ​ທີ່​ກ່ຽວ​ຂ້ອງ​ຂອງ CICA ດຳ​ເນີນ​​ໄປ​ດ້ວຍ​ດີ ແລະ ​ບົນພື້ນ​ຖານ​ປະ​ຊາ​ມະ​ຕິ​ຂອງ CICA ​ທີ່​ໝັ້ນ​ຄົງ. ຄວນ​ຂະ​ຫຍາຍ​ປະ​ເທດ​ສະ​ມາ​ຊິກ CICA ຕື່ມ​ອີກ, ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ CICA ກັບ​ປະ​ເທດຕ່າງໆ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ ພ້ອມ​ທັງ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ສຳ​ນັກ​ເລ​ຂາ CICA.

ໃນ​ກອງ​ປະ​ຊຸມ, ບັນ​ດາ​ຝ່າຍ​ເປັ​ນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ ແລະ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຜົນ​ປະ​ໂຫຍດ, ​ຮັບ​ຜິດ​ຊອບ​ຮ່ວມ​ກັນ ແລະ ຮ່ວມ​ຊາ​ຕາ​ກຳມວນ​ມະ​ນຸດ.

ຄຳ​ເຫັນ

0