蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ອິ​ສ​​ຣາ​ແອນ ແລະ ຣັດ​ເຊຍ​ໄດ້​ແລກ​ປ່ຽ​ນ​ຄວາມ​ເຫັນ​ກັນ​ກ່ຽວ​ກັບ​​ເຮືອ​ບິນ​ທະ​ຫານ​ຣັດ​ເຊຍ​ຖືກ​ຍິງ​ຕົກ​ຢູ່​ຊີ​ຣີ

2018-09-25 14:43:16 CRI

ຕາມ​ຂ່າ​ວ​ສາ​ນ​ຊິນ​ຮ​ວາ: ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປ​ະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ໂດຍໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ນຳກັນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ເຫດ​ການ​​ເຮືອ​ບິນທະ​ຫານ​ຣັດ​ເຊຍ​ຖືກ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ຊີ​ຣີ​ຍິງ​ຕົກ.

ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ທ່ານ​ເນ​ທັນ​ຢາ​ຮູ​ເຊື່ອ​ໝັ້ນ​ຄວາມ​ເປັນ​ຈິງ​ຂອງຖະ​ແຫຼງ​ການ​ທີ່​ເຈົ້າ​ໜ້າ​ທີ່​ທະ​ຫານ​ປ້ອງ​ກັນ​ປະ​ເທດ​ອິ​ສ​​ຣາ​ແອນ​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້​ມື້​ໜຶ່ງ. ​ທະ​ຫານ​ຊີ​ຣີ ແລະ ກຳ​ລັງ​ທະ​ຫານ​ອິ​ຣານ​ທີ່​ປະ​ຈຳ​ຢູ່​ໃນ​ດິນ​ແດນ​ຊີ​ຣີ​ຄວນ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການຍົນ​ທະ​ຫານ​ຣັດ​ເຊຍ​ຖືກ​ຍິງ​ຕົກ. ເວັບ​ໄຊວັງ​ແກ​ຣມ​​ແລງ​ໄດ້​ຖະ​ແຫຼງ​ຂ່າວ​ວ່າ, ທ່ານ​ປູ​ຕິນ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ຂອງກອງ​ທັບອາ​ກາດ​ອິ​ສ​​ຣາ​ແອນ​ທີ່​ແນ​ໃສ່ໂຈມ​ຕີ​ຊີ​ຣີ​ເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ຍົນ​ສອດ​ແນມ​ຣັດ​ເຊຍ​ຖືກ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທະ​ຫານ​ຊີ​ຣີ​ຍິງ​ຕົກ.

ຄຳ​ເຫັນ

0