黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິ​ຟ​ເບື້ອງ​ຕົ້ນ

2018-09-25 10:51:55 cri

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິ​ຟ​ໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ໃນ​ວັນ​ທີ 24 ກັນ​ຍາ​ນີ້, ທ່ານອິບ​ຣາ​ຮີມ ມູ​ຣາ​ເມັດ ຊາ​ເລ ທີ່​ມາ​ຈາກ​ພັກ​ປະ​ຊາ​ທິ​ປັດ​ໄຕ​ມານ​ດິ​ຟ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ໄດ້​ບັດ​ເລືອກ​ຕັ້ງ 58,3%, ແລະ​ຊະ​ນະ​ທ່ານ​ອັບ​ດູ​ລາ ຢາ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ.

ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​​ການເລືອ​ກ​ຕັ້ງ​ກ່າວ​ວ່າ, ການ​​ນັບ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ນີ້​ໄດ້​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ແລ້ວ, ຄະ​ນະ​ກຳ​ມະ​ການ​​ການເລືອກ​ຕັ້ງ​ໄດ້​ຮັບ​ບັດ​ເລືອກ​ຕັ້ງທັງ​ໝົດ 233.877 ໃບ, ອັດ​ຕາ​​ຜູ້​ມາ​ໃຊ້​ສິດ​ເລືອກ​ຕັ້ງ​ບັນ​ລຸ​ເຖິງ 89,22%, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຫຼາຍ​ປີ​ຜ່ານ​ມາ.

ຕາມ​ຂ່າວ​ແຈ້ງວ່າ, ຜົນ​ການ​ເລືອກ​ຕັ້ງ​ຈະ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ກ່ອນ​ວັນ​ທີ 30 ກັນ​ຍາ​ນີ້, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຈະ​ສາ​ບານ​ຕົວ​ຂຶ້ນ​​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 17 ພະ​ຈິກ​ປີ​ນີ້.

ຄຳ​ເຫັນ

0