黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ພິ​ທີວາງ​ພວງມາລາ​ເພື່ອ​ລະນຶກ​ເຖິງ​ວິລະ​ຊົນ​ຜູ້​ເສຍ​ຊີວິດ​ເພື່ອ​ຊາດ​ຈີນ​

2018-09-30 11:12:37 cri

    ​ເວ​ລາ 10 ໂມງຂອງ​ວັນ​ທີ 30 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ຜູ້​ນຳ​ພັກ​ແລະ​ລັດ​ຖະ​ບານ​ຈີນ​ແລະ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງເຂົ້າ​ຮ່ວມ​ພິ​ທີ​ວາງ​ພວງມາລາ​ເພື່ອ​ລະນຶກ​ເຖິງ​ວິລະ​ຊົນ​ຜູ້​ເສຍ​ຊີວິດເພື່ອ​ການ​ປະ​ຕິ​ວັດ​ເພື່ອ​ຊາດ​​ແລະ​ເພື່ອ​ປະ​ຊາ​ຊົນຈີນ​. ນີ້​ແມ່ນການ​ລະ​ນຶກ​ວັນວິ​ລະ​ຊົນ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ກົດ​ໝາຍ​ວ່າ​ດ້ວຍສິດປົກ​ປ້ອງວິ​ລະ​ຊົນ​ຈີນ​ເລີ່ມ​ປະ​ຕິ​ບັດ​ມາ​ນີ້. ​ກົດ​ໝາຍ​ດັ່ງ​ກ່າວ​ກຳ​ນົດ​ວ່າ, ວັນ​ທີ 30 ກັນ​ຍາ​ຂອງ​ແຕ່​ລະ​ປີ​ແມ່ນ​ວັນ​ລະ​ນຶກວິ​ລະ​ຊົນ​ຂອງ​ຈີນ, ລັດ​ຖະ​ບານ​ຈີນ​ຕ້ອງ​ຈະ​ຈັດ​ພິ​ທີ​ລະ​ນຶກ​ຢູ່​ຕໍ່ໜ້າ​ອະ​ນຸ​ສາ​ວ​ະ​ລີ​ວິ​ລະ​ຊົນ​ປະ​ຊາ​ຊົນ​ທີ່​ຕັ້ງ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເໝີນ, ເພື່ອ​ລະ​ນຶກ​​ເຖິງວິລະ​ຊົນ​ຜູ້​ເສຍ​ຊີວິດ​​ສະ​ຫຼະ​ຊີບ​ເພື່ອ​ກາ​ນ​ປະ​ຕິ​ວັດ, ເພື່ອ​ຊາດ​ແລະ​ເພື່ອ​ປະ​ຊາ​ຊົນ​ຈີນ.

ຄຳ​ເຫັນ

0