黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​​ບັດ​ເຫດ​ລົດ​​ຕຳ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ນິວຢອກ​ເຮັດ​ໃຫ້ 20 ຄົນ​ເສຍ​ຊີ​ວິດ

2018-10-08 16:28:14 cri

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ນິວຢອກ​ປະ​ເທດ​ອາ​ເມ​ຣິ​ກາ​ຢືນ​ຢັນ​ໃນ​ວັນ​ທີ 7 ຕຸ​ລາ​ນີ້​ວ່າ, ອຸ​ບັດ​ເຫດ​ລົດ​ຕຳ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ນິວຢອກ​ໃນ​ວັນ​ທີ 6 ຕຸ​ລາ​ນີ້​ໄດ້​ເຮັດ​ໃຫ້ 20 ຄົນ​ເສຍ​ຊີ​ວິດ​ແລ້ວ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ນິວຢອກ​ໄດ້ຖະ​ແຫຼງ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 7 ຕຸ​ລາ​ນີ້​ວ່າ, ອຸ​ບັດ​ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນໃນ​ເວ​ລາ​ປະ​ມານ 14 ໂມງ​ຂອງ​ວັນ​ທີ 6 ຕຸ​ລາ​ນີ້, ລົດ​ເກງ​ຂະ​ໜາດ​ໃຫຍ່​ຄັນ​ໜຶ່ງ​ແລ່ນ​ຢູ່​ທາງ​ຫຼວງ​ຂອງ​ເມືອງ​ສະ​ໂຄ​ຮ​າ​ຣີ​ລັດ​ນິວຢອກ​ແລະ​ໄດ້​ຕຳ​ກັບ​ລົດ​ຄັນ​ໜຶ່ງ​ບໍ່​ມີ​ຄົນ​ທີ່​ຈອດ​ຢູ່​ສະ​ຖານ​ທີ່​ຈອດ​ລົດ​ຂະ​ນະ​ແລ່ນ​ຜ່ານ​ສີ່​ແຍກ, ສົ່ງ​ຜົນ​ເຮັດ​ໃຫ້18 ຄົນ​ໃນ​ລົດ​ເກງດັ່ງ​ກ່າວ​ເສຍ​ຊີ​ວິດ​ໝົດ, ນອກ​ນີ້​ຍັງ​ມີ​ຜູ້​ຢູ່​ແຄມ​ທາງ​ເສຍ​ຊີ​ວິດ​ອີກ 2 ຄົນ. ສາຍ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ກຳ​ລັງ​ສືບ​ສວນ​ຢູ່.

ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ເພື່ອ​ຄວາມ​ປອດ​ໄພ​​ການຂົນ​ສົ່ງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ໄດ້​ໄປ​​ເຖິງ​ຈຸດ​ເກີດ​ອຸ​ບັດ​ເຫດ​ເພື່ອ​ຊ່ວຍ​ເຫຼືອ​ການ​ສຳ​ຫຼວດ, ທ່ານ​​ໂຣ​ເບີດ ຊຳ​ວອນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ກ່າວ​ວ່າ, ນີ້​ແມ່ນ​ອຸ​ບັດ​ເຫດ​ຄົມ​ມະ​ນາ​ຄົມ​ຄັ້ງ​ໜຶ່ງ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ສຸດ​ຂອງ​ອາ​ເມ​ຣິ​ກາ​ນັບ​ຕັ້ງ​ແຕ່ເດືອນ​ກຸມ​ພາ​ປີ 2009 ​ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0