尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕິດ​ຕາມ​ສະ​ພາບ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ສຶ​ນາ​ມິ​ທີ່​ເກີດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ຢ່າງ​ໃກ້​ຊິດ

2018-10-09 16:27:42 cri

ຕາມ​ຂ່າວCRI, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ຕຸ​ລາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ໄດ້​ຕິດ​ຕາມ​ສະ​ພາບ​​ແຜ່ນ​ດິນ​ໄຫວ​ແລະ​ຄື້ນສຶ​ນາ​ມິ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ສຸ​ລາ​ເວ​ສີ​ກາງ​ຂອງ​ອິນ​ໂດ​ເນ​ເຊຍ, ເຄື່ອງ​ຊ່ວຍ​ເຫຼືອ​​ຕ່າງໆຄື: ຕູບ​ຜ້າ​ເຕັ້ນ,ເຄື່ອງ​ກັ່ນ​​ກອງນ້ຳ​ສະ​ອາດ,ຈັກ​ຜະ​ລິດ​ໄຟ​ຟ້າ​ແລະ​ອື່ນໆ​ທີ່​ຈີນ​ສະ​ໜອງ​ໃຫ້​ຕາມ​ຄວາມ​ຕ້ອງ​ການ​ຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ​ໄດ້​ສົ່ງ​ໄປ​ເຖິງ​ເຂດ​ປະ​ສົບ​ໄພ​ແລ້ວ​ໃນ​ວັນ​ທີ 9 ຕຸ​ລາ​ນີ້.
 

ຂ່າວ​ແຈ້ງວ່າ: ​ມາ​ຮອດ​ວັນ​ທີ 8 ຕຸ​ລາ​ນີ້, ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນສຶ​ນາ​ມິທີ່​ເກີດ​ຂຶ້ນ​ຢູ່ແຂວງ​ສຸ​ລາ​ເວ​ສີກາງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ 1.948 ຄົນ​ເສຍ​ຊີ​ວິດ, 10.679 ຄົນ​ບາດ​ເຈັບ, 835 ຄົນ​ຫາຍ​ສາບ​ສູນ ແລະ 7 ໝື່ນ​ກວ່າ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ.
 

ໃນ​ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ທີ່​ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ແກ່​ອິນ​ໂດ​ເນ​ເຊຍ​ຫຼື​ບໍ່​ນັ້ນ, ທ່ານ ລູ້​ຄ່າງ ກ່າວ​ວ່າ: ຈີນ​ໄດ້​ຕິດ​ຕາມສະ​ພາບ​​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ສຶ​ນາ​ມິ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ສຸ​ລາ​ເວ​ສີ​ກາງ​ຂອງ​ອິນ​ໂດ​ເນ​ເຊຍ. ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍຢ່າງ​ທັນ​ການແລະ​ກ່າວ​ວ່າ​ຈີນ​ຍິນ​ດີຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ອິນ​ໂດ​ເນ​ເຊຍ. ສະ​ພາ​ກາ​ແດງ​ຈີນ​ໄດ້​ໃຫ້​ເງິນ​ສົດ​ຊ່ວຍ​ເຫຼືອ​ສຸກ​ເສີນ​ແກ່​ສະ​ພາ​ກາ​ແດງ​ອິນ​ໂດ​ເນ​ເຊຍ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ອິນ​ໂດ​ເນ​ເຊຍ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ,ສຸມ​ທຸກຄວາມ​ພະ​ຍາ​ຍາມ​ເພື່ອ​ເຮັດ​ວຽກ​ກູ້​ໄພ​ຊ່ວຍ​ເຫຼືອ​ແລະ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ພິ​ບັດ.

ຄຳ​ເຫັນ

0