蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​ກິ​ສະ​ຖານ​​ຢາກ​ໃຫ້​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ພາຍ​ໃຕ້​ຂອບ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ​ໂດຍ​ໄວ

2018-10-09 16:02:37 CRI

ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ​ອິມ​ຣານ ຄານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​ໄດ້​​ກ່າວເນັ້ນ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ຕຸ​ລາ​ນີ້​ວ່າ, ຄວນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ພາຍ​ໃຕ້​ຂອບ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ​ຢ່າງ​ຈິງ​ຈັງ​ໂດຍ​ໄວ​ ເຊິ່ງ​ຈະ​ມີ​ຜົນ​ດີ​ຊ່ວຍ​​ຫັນ​ອຸດ​ສາ​ຫະ​ກຳ​ປາ​ກິ​ສະ​ຖານ​​ໃຫ້ເປັນ​ແບບ​ທັນ​ສະ​ໄໝ ແລະ ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ຢ່າງຫຼວງ​ຫຼາຍ​ໃຫ້​ແກ່​ຊາວ​ໜຸ່ມ​ປາ​ກິ​ສະ​ຖານ.

​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​ອອກ​ຖະ​ແຫຼງ​ການ​ໃນ​ມື້​ດຽວ​ກັນ​ວ່າ, ໃນ​ກອງ​ປະ​ຊຸມ, ທ່ານ​ອິມ​ຣານ ຄານ​ກ່າວ​ວ່າ, ການສ້າງ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ​ໃຫ້​ສຳ​ເລັດ​ໂດຍ​ໄວ ຈະ​ມີ​ຜົນ​ດີ​ຕໍ່​ການ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ແລະ​ປາ​ກິ​ສະ​ຖານ ແລະ ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທົ່ວ​ພາກ​ພື້ນ. ທ່ານ​ຮຽກ​ຮ້ອງ​ໃຫ້​ເງິນທຶນ​ພາຍນອກ​ເຂົ້າ​ໄປ​ລົງ​ທຶນ​ຢູ່​ຕາມ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສ​ະ​ຖານ​ໃຫ້​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0